ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງອຸດສາຫະກໍາ – ການຄ້າຜູ້ເກົ່າ ແລະ ຜູ້ໃໝ່

    ອີງຕາມ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 062/ປປທ ວ່າດ້ວຍການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 10/ກມສພ ລົງວັນທີ 21 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ອີງຕາມກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 064/ປປທ ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ດັ່ງນັ້ນ ວັນທີ 23 ມິຖຸນາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີມອບ-ຮັບໜ້າທີາລະຫ່ວາງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ຜູ້ເກົ່າ) ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ຜູ້ໃໝ່) ໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທ່ານ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ. 

    ໃນພິທີ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາລັດຖະມົນຕີຜູ້ໃໝ່ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງ ພ້ອມຈິດພ້ອມໃຈກັນຈັດຕັ້ງປະຕິບັດຕາມພາລະບົດບາດ ສິດ ໜ້າທີ່ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຕາມການນຳພາຊີ້ນຳຂອງພັກ ແລະ ລັດຖະບານ ເພື່ອພ້ອມກັນແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ແລະ ຜ່ານບັນຫາຫຍຸ້ງຍາກໄປພ້ອມກັນ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນສະເພາະໜ້າ ແລະ ຍາວນານ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!