ປູກຈິດສໍານຶກ ໂທດຂອງສິ່ງເສບຕິດໃຫ້ນັກຮຽນ ໂຮງຮຽນແສງສະຫວ່າງ

    ເພື່ອສືບຕໍ່ປູກຈິດສໍານຶກໃຫ້ນັກຮຽນ ຮູ້ເຖິງໂທດຂອງຢາສູບ ຄວາມອັນຕະລາຍຂອງຢາເສບຕິດ ເຊິ່ງມີ ຢາບ້າ ກັນຊາ ເຮໂຣອິນ ຢາໄອສ໌ ຢາອີ ເຫຼົ່ານີ້ເປັນຕົ້ນ ແນໃສ່ການພັດທະນານັກຮຽນໃຫ້ປອດຈາກສິ່ງເສບຕິດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງຊາດ.

    ວັນທີ 22 ມິຖຸນາ 2022 ພະອາຈານ ບຸນຍາດ ຄໍາພູ ພະອະປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ລົງໄປທໍາກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດ ຢູ່ໂຮງຮຽນ ແສງສະຫວ່າງ ເມືອງໄຊເສດຖາ ນວ ມີນັກຮຽນ ແລະ ຄູ-ອາຈານ ເຂົ້າຮ່ວມ 160 ຄົນ.

    ການທໍາກິດຈະກໍາຄັ້ງນີ້ ໄດ້ຮັບການອຸປະຖໍາວັດຖຸສິ່ງຂອງ ແລະ ອຸະກອນການຮຽນຈາກທ່ານ ຄໍາຜົງ ປານີຈິດ ນາງ ໄພວັນ ຈັນງາຄໍາ ທ່ານ ສົມພົງ ສູນດາລາ ທ່ານ ສຸຂັນສັກ ສີສຸກ ນາງ ໂຄຕາມີ ບ້ານໂນນຫວາຍ ເມືອງໄຊເສດຖາ ແລະ ທ່ານ ນາງ ສະໄໝ ສູນດາລາ ພ້ອມດ້ວຍນາງ ຕ້າ ພູມະນີ ບ້ານວັດນາກ ເມືອງສີສັດຕະນາກ ນວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!