ປະທານປະເທດ ຊຸກຍູ້ຜູ້ປະກອບການຜະລິດສິນຄ້າ 2 ບໍລິສັດ ຢູ່ເມືອງໄຊທານີ

    ວັນທີ 22 ມິຖຸນາ 2022 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມຄະນະ ໄດ້ລົງຕິດຕາມ ຊຸກຍູ້ ແລະ ຊີ້ນໍາຜູ້ປະກອບການທຸລະກິດຜະລິດສິນຄ້າຂອງບໍລິສັດ ມິດຕະພາບກະສິກຳ ຈຳກັດ ແລະ ບໍລິສັດກຣີນພິສ ລາວຈໍາກັດ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ  ປະທານສະພາປະຊາຊົນນະຄອນ ຫຼວງວຽງຈັນ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.

    ການລົງເຄື່ອນໄຫວຊຸກຍູ້ການຜະລິດເປັນສິນຄ້າໃນຄັ້ງນີ້ ປະທານປະເທດໄດ້ຮັບຟັງການລາຍງານຜົນການດຳເນີນທຸລະກິດຂອງຜູ້ປະກອບການທັງສອງບໍລິສັດ ໃນນັ້ນ ບໍລິສັດ ມິດຕະພາບ ກະສິກຳ ຈຳກັດ ໄດ້ເລີ່ມດຳເນີນການຜະລິດມາແຕ່ປີ 2017 ຜະລິດຕະພັນສ່ວນໜຶ່ງ ແມ່ນສົ່ງເຂົ້າສູ່ຕະຫຼາດພາຍໃນ ແລະ ຈຳນວນໜຶ່ງແມ່ນສົ່ງອອກຕ່າງປະເທດ ເປັນຕົ້ນ ຜະລິດຕະພັນຈາກໝາກຕາວ ຜັກທຽມດອງ ແຈ່ວໝາກເຜັດ ແລະ ປະເພດນ້ຳໝາກໄມ້ ສ່ວນໂຮງງານຜະລິດຫົວອາຫານສັດ ຂອງບໍລິສັດ ກຣີນພິສ ລາວ ຈໍາກັດ ມີກໍາລັງການຜະລິດ 3 ລ້ານໂຕນຕໍ່ປີ 20 ໂຕນຕໍ່ຊົ່ວໂມງ ໃນນັ້ນ ມີຫົວອາຫານໝູ ໄກ່ ເປັດ ປາ ງົວ ນົກກະທາ ແລະ ກົບ ເຊິ່ງໄລຍະທຳອິດ ປີ 2020 ສາມາດຜະລິດໄດ້ 40 ພັນໂຕນ 2021 ຜະລິດໄດ້ 28 ພັນໂຕນ ແລະ ປີ 2022 ວາງຄາດໝາຍໄວ້ແມ່ນ 40 ພັນໂຕນ ໂດຍວັດຖຸດິບທີ່ໃຊ້ເຂົ້າໃນການຜະລິດ 90% ແມ່ນທັນຍາພືດຄື: ສາລີ ເຂົ້າບະເລ ແລະ ມັນຕົ້ນ ໄປພ້ອມດຽວກັນນັ້ນ ທັງສອງບໍລິສັດກໍຍັງປະສົບຄວາມຫຍຸ້ງຍາກຕ່າງໆ ເປັນຕົ້ນ ການແຂ່ງຂັນດ້ານລາຄາຈາກສິນຄ້າປະເພດດຽວກັນ ບັນຫາການເຂົ້າເຖິງແຫຼ່ງທຶນ ການຂາດແຄນເງິນຕາ ຂາດແຄນນໍ້າມັນຂົນສົ່ງ ບັນຫາວັດຖຸດິບ ແລະອື່ນໆ.

    ໂອກາດນີ້ ປະທານປະເທດໄດ້ຕີລາຄາຊົມເຊີຍ ແລະ ມີບາງຄຳເຫັນເນັ້ນໜັກເພື່ອເປັນທິດຊີ້ນຳແກ່ສອງບໍລິສັດ ເປັນຕົ້ນແມ່ນໃຫ້ທັງສອງບໍລິສັດຫັນມາສົ່ງເສີມປະຊາຊົນ ພ້ອມທັງແນະນຳເຕັກນິກໃນການຜະລິດ ເພື່ອໃຫ້ໄດ້ວັດຖຸດິບທີ່ມີຄຸນນະພາບເຂົ້າມາປ້ອນໂຮງງານ ທັງເປັນການຫຼຸດຜ່ອນຕົ້ນທຶນຂອງການນຳເຂົ້າວັດຖຸດິບຈາກຕ່າງປະເທດ ເນື່ອງຈາກລາວເຮົາມີທ່າແຮງໃນການຜະລິດວັດຖຸດິບຢູ່ແລ້ວ ພ້ອມນັ້ນ ໄດ້ເນັ້ນໃຫ້ບໍລິສັດຜະລິດສົ່ງອອກໃຫ້ຫຼາຍ ເພາະຈະເປັນການຊຸກຍູ້ສົ່ງເສີມປະຊາຊົນໃຫ້ກ້າວເຂົ້າສູ່ການຜະລິດໃຫ້ຫຼາຍຂຶ້ນ ການຜະລິດ ການສ້າງຜະລິດຕະພັນຕ້ອງສາມາດແຂ່ງຂັນໄດ້ທັງຄຸນນະພາບ ການໂຄສະນາ ການບໍລິການ ແລະ ລາຄາ ຖ້າເຮັດໄດ້ ລາວເຮົາກໍຈະຫຼຸດຜ່ອນການນຳເຂົ້າໃນອະນາຄົດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນ ສາມາດຕອບສະໜອງການຊົມໃຊ້ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ເພື່ອດຶງເອົາເງິນຕາເຂົ້າປະເທດ ປະກອບສ່ວນສໍາຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດໃນຕໍ່ໜ້າ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!