ໄຊພູທອງ ໄຂກອງປະຊຸມສ້າງແຜນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ

ເມືອງໄຊພູທອງ ແຂວງສະຫວັນະເຂດ ໄຂກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂຶ້ນວັນທີ 22 ມິຖຸນາ 2022 ທີ່ສະໂມສອນຂອງເມືອງດັ່ງກ່າວ ເປັນປະທານຂອງທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງໄຊພູທອງ ມີບັນດາຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ເລຂາ ຮອງເລຂາຄະນະພັກຮາກຖານ ເລຂາໜ່ວຍພັກ ຮອງເລຂາໜ່ວຍພັກ ຫົວໜ້າຫ້ອງການ-ຄະນະຫ້ອງການອອ້ມຂ້າງເມືອງເຂົ້າຮ່ວມ.

ທ່ານ ທອງມີ ເນົາສະຫວາດ ຫົວໜ້າຄະນະຈັດຕັ້ງເມືອງໄຊພູທອງ ໄດ້ຜ່ານມະຕິຂອງຄະນະປະຈໍາພັກແຂວງ ເລກທີ 250/ຄປພຂ,ສຂ ວ່າດ້ວຍການຮັບຮອງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງອົງຄະນະພັກເມືອງໄຊພູທອງ ໄລຍະ 2021-2025 ພ້ອມນັ້ນ ຜ່ານແຈ້ງການຂອງຄະນະປະຈໍາພັກແຂວງ ເລກທີ 557/ຄຈຂ ກ່ຽວກັບການແຈ້ງລາຍຊື່ຜູ້ຢູ່ໃນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ.

ໂອກາດນີ້ ທ່ານ ແສງທອງ ວັງແກ້ວມະນີ ມີຄໍາເຫັນວ່າ: ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງຂອງເມືອງໄຊພູທອງ ແມ່ນປະຕິບັດຕາມມະຕິຂອງຄະນະປະຈໍາພັກແຂວງສະຫວັນນເຂດ ເລກທີ 250/ຄປພຂ,ສຂ ວ່າດ້ວຍການຮັບຮອງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງອົງຄະນະພັກເມືອງໄຊພູທອງ ໄລຍະ 2021-2025 ແລະ ແຈ້ງການຂອງຄະນະປະຈໍາພັກແຂວງ ເລກທີ 557/ຄຈຂ ກ່ຽວກັບການແຈ້ງລາຍຊື່ຜູ້ຢູ່ໃນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງທີ່ຂຶ້ນກັບສິດຄຸ້ມຄອງຂອງຄະນະບໍລິຫານງານພັກແຂວງສະຫວັນນະເຂດ ກໍໄດ້ເອົາໃຈໃສ່ປະຕິບັດແຜນກຳນົດສ້າງພະນັກງານນຳພາ-ຄຸ້ມຄອງຢ່າງຕໍ່ເນື່ອງ ການສ້າງແຜນກຳນົດພະນັກງານເປັນວຽກງານໜຶ່ງທີ່ສຳຄັນພື້ນຖານຂອງພະນັກງານ ຮັບປະກັນຫັນວຽກພະນັກງານດຳເນີນໄປຕາມແບບແຜນເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດໃນສະເພາະໜ້າ ແລະ ຍາວນານ ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງ ຄາດຄະເນສັບຊ້ອນ ແລະ ຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ແຕ່ລະຂະແໜງການ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ເພື່ອກະກຽມບຸຄະລາກອນໃນລັກສະນະເປີດກວ້າງ ເລືອກເຟັ້ນ ແລະ ຕອບສະໜອງທາງດ້ານຈຳນວນ ຄຸນນະພາບໂຄງປະກອບບຸຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕຳແໜງນຳພາ-ຄຸ້ມຄອງແຕ່ລະຂັ້ນ ແຕ່ລະຂະແໜງການໃນລະບົບການເມືອງເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດໄປສູ່ອຸດສາຫະກຳທີ່ທັນສະໄໝເທື່ອລະກ້າວ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຈຸດສຸມ ຕາມຈຸດໝາຍສັງຄົມນິຍົມ ນອກນີ້ກອງປະຊຸມບັນດາຜູ້ເຂົ້າຮ່ວມກໍໄດ້ປ່ອນບັດທາບທາມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຄຸ້ມຄອງ ຂອງອົງຄະນະພັກເມືອງໄຊພູທອງ ໄລຍະ 2021-2025.

# ຂັນທະວີ

error: Content is protected !!