ເງິນທີ່ໄດ້ຈາກການຕັດສິນຂອງສານກ່ຽວກັບຢາເສບຕິດ 70% ມອບເຂົ້າກອງທຶນຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ

 ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ່ IX ໃນວັນທີ 22 ມິຖຸນາ 2022 ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບສະພາບການຈັດຕັ້ງປະຕິບັດຕໍ່ກັບຄຳຕັດສິນຂອງສານ ໂດຍສະເພາະການຈັດຕັ້ງປະຕິບັດຄຳສັ່ງ 07/ນຍ ກ່ຽວກັບການຮີບໂຮມຊັບສິນທີ່ສານຕັດສິນໃຫ້ເປັນຂອງລັດ ເປັນຕົ້ນແມ່ນການຕັດສິນຂອງສານກ່ຽວກັບຢາເສບຕິດ ໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດຄໍາສັ່ງສະບັບດັ່ງກ່າວ ອົງການປະຕິບັດຄໍາຕັດສິນຂອງສານ ພຽງແຕ່ສົ່ງບັນຊີ ແລະ ຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກຮີບເປັນຂອງລັດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນເພື່ອຂຶ້ນບັນຊີ ແລະ ຈົດທະບຽນເປັນຊັບສິນຂອງລັດ ໂດຍປະກອບຕາມແບບຟອມຕາມຂະແໜງການເງິນ ໄລຍະຜ່ານມາ ອົງການຄຸ້ມຄອງ ແລະ ອົງການປະຕິບັດຄໍາຕັດສິນຂອງສານໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍຄໍາສັ່ງສະບັບເລກທີ 07/ນຍ ຢ່າງຕັ້ງໜ້າ ໂດຍໄດ້ເຂົ້າຮ່ວມເປັນຄະນະກໍາມະການຕິດຕາມ ແລະ ຊຸກຍູ້ຕາມການແຕ່ງຕັ້ງຂອງກະຊວງການເງິນ ແລະ ອົງການປົກຄອງທ້ອງຖິ່ນ ໂດຍໄດ້ເຄື່ອນໄຫວຢູ່ບັນດາແຂວງຈໍານວນໜຶ່ງ.

 ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ປີ 2017 ມາຮອດປັດຈຸບັນ ສາມາດຂຶ້ນບັນຊີ ແລະ ມອບຊັບທີ່ສານຕັດສີນຮີບເປັນຂອງລັດໃຫ້ຂະແໜງການເງິນຄື ດິນ 70 ຕອນ ທີ່ດິນພ້ອມເຮືອນ 15 ຕອນ ລົດໃຫຍ່ 315 ຄັນ ລົດຈັກ 3.359 ຄັນ ເຮືອ 1 ລໍາ ເງິນ 34.227.502.519 ກີບ 89.164.322 ບາດ 2.281.266 ໂດລາສະຫະລັດ 150.558 ຢວນ 50.000 ວອນ 16.257.700 ດົງ ໃນນັ້ນ ເງິນ ແລະ ຊັບສິນດັ່ງກ່າວທີ່ໄດ້ມາຈາກການປະຕິບັດຄໍາຕັດສີນຄະດີຢາເສບຕິດ ມີທີ່ດິນ 68 ຕອນ ທີ່ດິນພ້ອມເຮືອນ 15 ຕອນ ລົດໃຫຍ່ 225 ຄັນ ລົດຈັກ 1.807 ຄັນ ເຮືອ 1 ລໍາ ເງິນ 32.470.203.422 ກີບ 82.763.513 ບາດ 1.375.890 ໂດລາສະຫະລັດ 113.935 ຢວນ 50.000 ວອນ 9.314.700 ດົງ. ການປະຕິບັດຄໍາສັ່ງ 07 ຂອງອົງການປະຕິບັດຄໍາຕັດສິນຂອງສານ ມີຄວາມຮັບຜິດຊອບຂຶ້ນບັນຊີ ແລະ ສະໜອງຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກຮິບເປັນຂອງລັດ ຕາມຄໍາຕັດສີນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນ ເພື່ອຂຶ້ນບັນຊີ ແລະ ຈົດທະບຽນເປັນຊັບຂອງລັດ ໃນການດໍາເນີນຕົວຈິງ ພາຍຫຼັງໄດ້ຮັບສໍານວນຄະດີ ແລະ ຄົ້ນຄວ້າຄໍາຕັດສິນຂອງສານແລ້ວ ຖ້າເຫັນວ່າມີຊັບສິນທີ່ສານຕັດສີນຮິບເປັນຂອງລັດ ຈະໄດ້ຂຶ້ນບັນຊີແຕ່ລະປະເພດໃສ່ແບບຟອມຂອງກະຊວງການເງິນ ຈາກນັ້ນ ຈຶ່ງສໍາເນົາຄໍາຕັດສີນ ແລະ ເອກະສານທີ່ກ່ຽວຂ້ອງກັບຊັບ ສົ່ງໃຫ້ຂະແໜງການເງິນທີ່ກ່ຽວຂ້ອງ ໃນກໍລະນີອົງການທີ່ຄຸ້ມຄອງ ຫຼື ຮັກສາຊັບດັ່ງກ່າວໄດ້ສົ່ງຊັບມາພ້ອມກັບສໍານວນຄະດີພາຍຫຼັງຂຶ້ນບັນຊີຕາມແບບຟອມ ແລະ ກວດກາແລ້ວ ກໍຈະນໍາໄປມອບໃຫ້ຂະແໜງການເງິນ ຖ້າວ່າຊັບແມ່ນປະເພດທີ່ດິນ ສິ່ງກໍ່ສ້າງຈະໄດ້ເຊີນຄະນະກໍາມະການຈາກພາກສ່ວນກ່ຽວຂ້ອງລົງກວດກາລະອຽດແລ້ວຈຶ່ງມອບ ຂະແໜງການເງິນຈະເປັນເຈົ້າການເຊີນພະນັກງານປະຕິບັດຄໍາຕັດສິນຂອງສານເຂົ້າຮ່ວມເປັນຄະນະກໍາມະການປະເມີນມູນຄ່າຊັບສິນທຸກປະເພດ ລວມທັງເງິນທີ່ພົວພັນກັບຢາເສບຕິດ ເມື່ອຂຶ້ນທະບຽນ ແລະ ຂຶ້ນບັນຊີຊັບສິນຂອງລັດແລ້ວ ແມ່ນຂະແໜງການເງິນນໍາສະເໜີລາຍງານຂັ້ນເທິງເພື່ອພິຈາລະນາແບ່ງປັນການຄຸ້ມຄອງ ນໍາໃຊ້ ແລະ ຂາຍອອກ ເງິນທີ່ໄດ້ຈາກການປະມູນຂາຍຊັບສິນດັ່ງກ່າວ ແມ່ນໃຫ້ມອບເຂົ້າກອງທຶນຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ 70% ສ່ວນ 30% ແມ່ນມອບເຂົ້າງົບປະມານຂອງລັດຕາມມາດຕາ 50 ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ ມາດຕາ 6 ຂອງກອງທຶນຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ.

 # ຂ່າວ-ພາບ: ອົ່ນ ໄຟສົມທອງ

error: Content is protected !!