ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

    ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ຮ່ວມກັບບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈໍາກັດ ຈັດກິດຈະກໍາສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ (5 ມິຖຸນາ) ຄົບຮອບ 50 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ຂຶ້ນວັນທີ 21 ມິຖຸນາ 2022 ຢູ່ໂຮງມັດທະຍົມສົມບູນຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ ທ່ານ ວົງສັກ ມີໄຊ ອໍານວຍການບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈໍາກັດ ທ່ານນາງ ແກ້ວລັດ ມະນີແສງ ອໍານວຍການໂຮງຮຽນມັດທະຍົມສົມບູນຕານມີໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.  

    ເພື່ອລະລຶກເຖິງຈຸດເລິ່ມຕົ້ນຂອງການຮ່ວມມືລະຫວ່າງບັນດາປະເທດໃນທົ່ວໂລກ ຈິ່ງໄດ້ມີການກຳນົດວັນທຳອິດຂອງການປະຊຸມຄື: ວັນທີ 5 ມິຖຸນາ ເປັນ “ວັນສິ່ງແວດລ້ອມໂລກ” ສປປ ລາວ ກໍໄດ້ກໍານົດວັນທີ 5 ມິຖຸນາ ເປັນ “ວັນສິ່ງແວດລ້ອມແຫ່ງຊາດ” ເພື່ອເຮັດໃຫ້ເກີດຄວາມຕື່ນຕົວໃນດ້ານວິກິດການສິ່ງແວດລ້ອມ ທັງເປັນການຊຸກຍູ້ໃຫ້ມີການປ່ຽນແປງໄປສູ່ທາງທີ່ດີຂຶ້ນ ເພື່ອໃຫ້ການປົກປັກຮັກສາສິ່ງແວດລ້ອມບັນລຸເປົ້າໝາຍ ປີນີ້ກໍເປັນອີກປີໜຶ່ງ ທີ່ບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈໍາກັດ ໄດ້ຮ່ວມກັບກົມສິ່ງແວດລ້ອມ ຈັດກິດຈະກຳສ້າງຈິດສຳນຶກໃນກຸ່ມນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ຄືກັບປີ 2020 ແລະ ປີ 2021 ຈຸດປະສົງເພື່ອສ້າງຈິດສຳນຶກໃນການປົກປັກຮັກສາສິ່ງລ້ອມ ໂດຍສະເພາະ ນັກຮຽນ ໃຫ້ເຫັນຄຸນຄ່າ ລວມທັງຄວາມເຂົ້າໃຈກ່ຽວກັບການດູແລ ແລະ ປົກປັກຮັກສາສິ່ງແວດລ້ອມ ໃນນີ້ໄດ້ແບ່ງເປັນ 3 ກິດຈະກຳ ຄື: ແຕ້ມຮູບຂອງນັກຮຽນຊັ້ນປະຖົມ ຫົວຂໍ້ “ໂລກມີພຽງໜຶ່ງດຽວ” ມີ 2 ໝວດ ຄື: ໝວດນັກຮຽນຊັ້ນປະຖົມ ປ1-ປ3 ມີຜູ້ສະໝັກ 45 ຄົນ ແລະ ສົ່ງຮູບມາແຂ່ງຂັນ 28 ຄົນ ໝວດນັກຮຽນຊັ້ນປະຖົມ ປ4- ປ5 ມີຜູ້ສະໝັກ 41 ຄົນ ແລະ ສົ່ງຮູບມາແຂ່ງຂັນ 27 ຄົນ ກິດຈະກຳຖາມ-ຕອບອອນລາຍຂອງນັກຮຽນຊັ້ນມັດທະຍົມ ຫົວຂໍ້ “ໂລກມີພຽງໜຶ່ງດຽວ” ມີ 2 ໝວດ ຄື: ໝວດນັກຮຽນມັດທະຍົມຕອນຕົ້ນ ມ1-ມ4 ມີຜູ້ສະໝັກ 40 ຄົນ ໝວດນັກຮຽນມັດທະຍົມຕອນປາຍ ມ5-ມ7 ມີຜູ້ສະໝັກ 80 ຄົນ ແລະ ກິດຈະກຳປູກຕົ້ນໄມ້ຢູ່ໂຮງມັດທະຍົມສົມບູນຕານມີໄຊ ເຊິ່ງກິດຈະກໍາສ້າງຈິດສໍານຶກດັ່ງກ່າວ ດໍາເນີນໄປເປັນເວລາ 37 ວັນ ມີ 10 ພາກສ່ວນໃຫ້ການສະໜັບສະໜູນ.

    ທ່ານ ອຸ່ນເຮືອນ ໄຊຍະຈັກ ກ່າວວ່າ: ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ ໄດ້ກໍານົດຄໍາຂວັນສໍາລັບວັນສິ່ງແວດລ້ອມໂລກປີນີ້ ພາຍໃຕ້ຫົວຂໍ້ “ໂລກມີພຽງໜຶ່ງດຽວ” ເຊິ່ງມີຄວາມໝາຍວ່າ ໂລກທີ່ພວກເຮົາອາໄສຢູ່ທຸກວັນນີ້ ເປັນພຽງບ່ອນດຽວທີ່ມະນຸດສາມາດດໍາລົງຊີວິດໄດ້ ມັນຈຶ່ງຮຽກຮ້ອງໃຫ້ພວກເຮົາປົກປັກຮັກສາ ໂດຍປີນີ້ ປະເທດຊູແອັດໄດ້ເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ເຊິ່ງເປັນປະເທດທີ່ລິເລີ່ມປີທໍາອິດຂອງວັນສິ່ງແວດລ້ອມໂລກ ໃນກອງປະຊຸມສາກົນວ່າດ້ວຍສິ່ງແວດລ້ອມຂອງມະນຸດ ໃນປີ 1972 ຢູ່ເມືອງສະຕ໋ອກໂຮມ ປະເທດຊູແອັດ ວັນທີ 4 ມິຖຸນາ 2022 ກະຊວງ ຊສ ໄດ້ຮ່ວມກັບແຂວງວຽງຈັນ ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມ ຢູ່ສວນສາທິດຊັບພະຍາກອນນໍ້າແບບປະສົມປະສານ ນໍ້າແປະ ແລະ ມື້ນີ້ກໍເປັນອີກໜຶ່ງກິດຈະກໍາທີ່ກົມສິ່ງແວດລ້ອມ ໄດ້ຮ່ວມກັບບໍລິສັດ ພັນທະມິດ ທົດລອງ ແລະ ວິໄຈ ຈໍາກັດ ຈັດກິດຈະກໍາປູກຕົ້ນໄມ້ ແລະ ມອບລາງວັນການແຂ່ງຂັນແຕ້ມຮູບ ແລະ ຖາມ-ຕອບ ໃຫ້ນັກຮຽນທີ່ຊະນະການແຂ່ງຂັນ ເຊິ່ງເປັນກິດຈະກໍາໜຶ່ງໃນແຜນການສ້າງຂະບວນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປີ 2022.

# ຂ່າວ – ພາບ : ສະບາໄພ

error: Content is protected !!