ຄວາມຄືບໜ້າໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້

    ກອງປະຊຸມປຶກສາຫາລື ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2022 ຂອງໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (SEADRM) ຈັດຂຶ້ນໃນວັນທີ 22 ມິຖຸນາ 2022 ທີ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະຊີ້ນໍາໂຄງການ ມີ​ບັນດາທ່ານຫົວໜ້າ​ ຮອງ​ຫົວໜ້າ​ກົມ ຫົວໜ້າ ຮອງຫົວໜ້າພະແນກ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງການເງິນ  ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາຈາກທະນາຄານໂລກ ມີມູນຄ່າລວມທັງໝົດ 56 ລ້ານໂດລາສະຫະລັດ ໃນນັ້ນ ເປັນເງິນກູ້ຢືມຈໍານວນ 55 ລ້ານໂດລາສະຫະລັດ ແລະ ເປັນທຶນຊ່ວຍເຫຼືອລ້າຈໍານວນ 1 ລ້ານໂດລາສະຫະລັດ ມີໄລຍະຈັດຕັ້ງປະຕິບັດ 8 ປີ ແຕ່ປີ 2017-2024 ປະກອບດ້ວຍ 5 ໜ້າວຽກຫຼັກຄື:

    1. ການຄຸ້ມຄອງຄວາມສ່ຽງໄພນໍ້າຖ້ວມຢູ່ເທດສະບານ ເມືອງໄຊ ແຂວງອຸດົມໄຊ ບໍລິຄຳໄຊ ແລະ ແຂວງຫຼວງພະບາງ ໂດຍແມ່ນການກໍ່ສ້າງຕາຝັ່ງເຈື່ອນ ແລະ ຄັນຄູປ້ອງກັນໍ້າຖ້ວມ ເຊິ່ງມາເຖິງປັດຈຸບັນ ມີຄວາມຄືບໜ້າພໍສົມຄວນໃນວຽກງານການກໍ່ສ້າງ ໂດຍລວມແລ້ວ ອົງປະກອບຈັດຕັ້ງປະຕິບັດໂດຍ ກົມທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ມາເຖິງປັດຈຸບັນ ສາມາດປະຕິບັດໄດ້ 26,89%

    2. ປັບປຸງລະບົບເຕືອນໄພລ່ວງໜ້າ/ລະບົບອຸຕຸນິຍົມ ແລະ ກຽມພ້ອມຕໍ່ໄພພິບັດຢູ່ແຂວງອຸດົມໄຊ ຫຼວງພະບາງ ແລະ ຜົ້ງສາລີ ຈັດຕັ້ງປະຕິບັດໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມແຜນການ ແລະ ການເງິນ ປັດຈຸບັນ ສາມາດປະຕິບັດໄດ້ 21%

    3. ການສະໜອງທຶນໃຫ້ແກ່ວຽກງານຕອບໂຕ້ສຸກເສີນ ແລະ ຟື້ນຟູຫຼັງເຫດການໄພພິບັດ ວຽກງານນີ້ ຈັດຕັ້ງປະຕິບັດໂດຍກະຊວງການເງິນ ແລະ ສາມາດປະຕິບັດໄດ້ 94,31%

    4. ການເຊື່ອມສານການຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ເຂົ້າໃນຂະບວນການລົງທຶນຂອງລັດ ແລະ ວຽກບໍລິຫານໂຄງການ ຈັດຕັ້ງປະຕິບັດໂດຍກົມແຜນການ ກະຊວງແຜນການ ແລະ ການລົງທຶນ  

    5. ກົນໄກການຕອບໂຕ້ສຸກເສີນຕໍ່ເຫດການໄພພິບັດ.​

     ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຄວບຄຸມຄວາມສ່ຽງໄພພິບັດທຳມະຊາດໃນຂົງເຂດອາຊີຕາອອກສ່ຽງໃຕ້ 6 ເດືອນຕົ້ນປີ 2022 ຈາກ 4 ກະຊວງທີ່ເປັນຜູ້ຈັດຕັ້ງປະຕິບັດໂຄງການ ໂດຍສະເພາະການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃນການປະເມີນກາງສະໄໝທີ່ຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນທ້າຍປີ 2022 ຜ່ານການລາຍງານເຫັນໄດ້ວ່າ ບັນດາກິດຈະກໍາຕ່າງໆຂອງໂຄງການແມ່ນມີຄວາມຄືບໜ້າດີພໍສົມຄວນ ແລະ ສາມາດແກ້ໄຂຂໍ້ຄົງຄ້າງຕ່າງໆໄດ້ໃນລະດັບທີ່ໜ້າພໍໃຈ ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຫຼາຍກິດຈະກໍາທີ່ຍັງບໍ່ສາມາດເຮັດສໍາເລັດໄດ້ຕາມແຜນທີ່ວາງໄວ້ ເຊິ່ງແຕ່ລະກະຊວງຈະຕ້ອງໄດ້ສຸມທຸກກໍາລັງ ແລະ ສະຕິປັນຍາເຮັດໃຫ້ສໍາເລັດຕາມກໍານົດເວລາທີ່ວາງໄວ້.

    ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວໃນບາງຕອນວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຍັງເຫຼືອໄລຍະເວລາພຽງປະມານ 2 ປີເຄິ່ງເທົ່ານັ້ນ ໃນການຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດ ດັ່ງນັ້ນ ໃນໄລຍະເວລາທີ່ຍັງເຫຼືອນີ້ ທຸກອົງປະກອບຈະຕ້ອງໄດ້ຂຸ້ນຂ້ຽວເອົາໃຈໃສ່ທີ່ສຸດ ເພື່ອໃຫ້ສາມາດສຳເລັດກິດຈະກຳຕ່າງໆໃຫ້ທັນກໍານົດເວລາ ແລະ ໃຫ້ໄດ້ປະສິດທິຜົນຕາມເປົ້າໝາຍ ແລະ ຈຸດປະສົງຫຼັກຂອງໂຄງການທີ່ວາງໄວ້. 

# ຂ່າວ – ພາບ : ​ເພັດ​ສະໝອນ

error: Content is protected !!