ຈັດກິດຈະກຳເພື່ອສົ່ງເສີມຜະລິດຕະພັນໂທລະຄົມມະນາຄົມ

    ວັນທີ 22 ມິຖຸນາ 2022 ທີ່ສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ສຕສ) ອົງການດັດສົມໂທລະຄົມມະນາຄົມ (ອດທ) ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກິດຈະກໍາເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈັດຂຶ້ນເດືອນເມສາ 2022 ແລະ ເປັນການສະເຫຼີມສະຫຼອງວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ (17/5/1865-17/5/2022) ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານຮອງລັດຖະມົນຕີ ຫົວໜ້າຫ້ອງການ ອົງການ ກົມ ສູນ ສະຖາບັນ ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ພາກສ່ວນທຸລະກິດໂທລະຄົມມະນາຄົມ ອິນເຕີເນັດ ບໍລິສັດຂຸດຄົ້ນສະກຸນເງິນດິຈິຕ໋ອນ ແລະ ບໍລິສັດໄອຊີທີເຂົ້າຮ່ວມ.

    ໃນພິທີ ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກໍາຄັ້ງນີ້ ເພື່ອໃຫ້ສາທາລະນະຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ບົດບາດ ຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ມີສ່ວນຮ່ວມສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ຜ່ານຊ່ອງທາງໂທລະພາບ ວິທະຍຸ ໜັງສືພີມ ແລະ ສື່ສັງຄົມອອນລາຍ ທັງເປັນພາສາລາວ ແລ ພາສາອັງກິດໃນຂອບເຂດທົ່ວປະເທດ ພາຍໃນງານ ປະກອບມີງານຕະຫຼາດນັດໂທລະຄົມມະນາຄົມ ໂດຍມີຜະລິດຕະພັນ ແລະ ສິນຄ້າຈາກຫ້ອງການ ອົງການ ກົມ ສູນສະຖາບັນພາຍໃນ ກຕສ ແລະ ຈາກພາກສ່ວນທຸລະກິດ ໂທລະຄົມມະນາຄົມ ອິນເຕີເນັດ ແລະ ບໍລິສັດ ໄອຊີທີຈໍານວນໜຶ່ງ ເຊິ່ງໄດ້ເຊີນຜູ້ເຂົ້າຮ່ວມຊົມຈາກທຸກພາກສ່ວນພາຍໃນ ກຕສ ພະແນກເຕັກໂນໂລຊີ ແລະ ການສື່ສານນະຄອນຫຼວງວຽງຈັນ ນັກສຶກສາຈາກສະຖາບັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລການຊ່າງລາວ-ເຢຍລະມັນ ຫຼາຍກ່ວາ 500 ຄົນ ແລະ ເຜີຍແຜ່ນິຕິກຳວຽກງານດັດສົມໂທລະຄົມມະນາຄົມ ໂດຍສະເພາະ ກົດໝາຍໂທລະຄົມມະນາຄົມສະບັບປັບປຸງປີ 2021 ທີ່ສະພາແຫ່ງຊາດໄດ້ຮອງຮັບວັນທີ 16 ພະຈິກ 2021 ວຽກງານການຂຶ້ນທະບຽນເລກໝາຍໂທລະສັບທີ່ເປັນວຽກບູລິມະສິດໜຶ່ງທີ່ສຳຄັນຂອງ ກຕສ ແລະ ບັນດານິຕິກຳອື່ນໆທີ່ຢູ່ໃນຄວາມຮັບຜິດຊອບຂອງ ອດທ.

    ນອກນີ້ ການຈັດກິດຈະກໍາຄັ້ງນີ້ ຍັງເປັນການສົ່ງເສີມຜະລິດຕະພັນດ້ານໂທລະຄົມມະນາຄົມ ເຕັກໂນໂລຊີດິຈິຕ໋ອນ ແລະ start up ພາຍໃນລາວເຮົາ ໃນການຈັດຕັ້ງຜັນຂະຫຍາຍວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 5 ປີ (2021-2025) ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ປາກົດຜົນເປັນຈິງ ການຈັດກິດຈະກໍາໂດຍໄດ້ຮັບການປະກອບສ່ວນອຸປະຖຳຈາກບັນດາຫົວໜ່ວຍທຸລະກິດໂທລະຄົມມະນາຄົມ ອິນເຕີເນັດ ບໍລິສັດຂຸດຄົ້ນສະກຸນເງິນດິຈິຕ໋ອນ ແລະ ບັນດາຫົວໜ່ວຍທຸລະກິດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!