ຖວທ ໄຊທານີ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍຮ້ານອາຫານ ແລະ ສະຖານທີ່ພັກແຮມ

    ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງເລກທີ 1985/ຖວທ ວ່າດ້ວຍສະຖານທີ່ພັກແຮມ ແລະ ຂໍ້ຕົກລົງ ເລກທີ 986/ຖວທ ວ່າດ້ວຍຮ້ານອາຫານ ວັນທີ 22 ມິຖຸນາ 2022 ທີ່ສະໂມສອນເມືອງໄຊທານີ ໂດຍການເຜີຍແຜ່ຂອງທ່ານ ບຸດສະດີ ຄັນທະວົງ ຫົວໜ້າພະແນກຄຸ້ມຄອງສະຖານທີ່ທ່ອງທ່ຽວ ການລົງທຶນ ກະຊວງ ຖວທ ມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ແລະ ທ່ານ ຄໍາພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ ຕະຫຼອດຮອດຄະນະພັກເມືອງ ຫົວໜ້າຫ້ອງການ ກຸ່ມບ້ານ ນາຍບ້ານ ຜູ້ປະກອບການທຸລະກິດດ້ານວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າຮ່ວມ.

    ກອງປະຊຸມ ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຄຸ້ມຄອງຫົວໜ່ວຍທຸລະກິດໂຮງແຮມ ເຮືອນພັກ ຣີສອດ ຮ້ານອາຫານ ຮ້ານກິນດື່ມ ແລະ ການປະສານສົມທົບກວດກາແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນໄລຍະຜ່ານມາ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຫ້ອງການ ຖວທ ເມືອງ ຈາກນັ້ນ ທ່ານ ບຸດສະດີ ຄັນທະວົງ ໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍຮ້ານອາຫານປະກອບມີ 18 ໝວດ 63 ມາດຕາ ແລະ ຂໍ້ຕົກລົງວ່າດ້ວຍສະຖານທີ່ພັກແຮມ ປະກອບມີ 18 ໝວດ 62 ມາດຕາ ໂດຍທັງສອງຂໍ້ຕົກລົງ ໄດ້ກໍານົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງຮ້ານອາຫານ ແລະ ສະຖານທີ່ພັກແຮມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ສະຫງົບ ປອດໄພ ມີຄວາມສະດວກ ວ່ອງໄວ ໂປ່ງໃສ ຍຸຕິທໍາ ຖືກຕ້ອງ ມີຄຸນນະພາບ ແລະ ມາດຕະຖານ ເພື່ອປົກປ້ອງສິດ ຜົນປະໂຫຍດຂອງບຸກຄົນ ແລະ ນິຕິບຸກຄົນ ແນໃສ່ດຶງດູດນັກທ່ອງທ່ຽວ ນັກລົງທຶນ ສົ່ງເສີມການຜະລິດສິນຄ້າພາຍໃນ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ສ້າງລາຍຮັບ ສ້າງວຽກເຮັດງານທໍາ ກະຈາຍລາຍໄດ້ສູ່ສັງຄົມ ປະກອບສ່ວນພັດທະນາປະເທດຊາດໃຫ້ຂະຫຍາຍຕົວຕາມສີຂຽວ ແລະ ຍືນຍົງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!