ເລັ່ງແກ້ໄຂບັນຫາຄູອາສາສະໝັກ ເພື່ອບັນຈຸເຂົ້າເປັນລັດຖະກອນໃນແຕ່ລະປີ

    ລັດຖະບານ ກໍຄືກະຊວງສືກສາທິການ ແລະ ກິລາ ພວມເລັ່ງໃສ່ການແກ້ໄຂບັນຫາຄູອາສາສະໝັກໃນທົ່ວປະເທດ ເພື່ອຈະບັນຈຸເຂົ້າເປັນລັດຖະກອນໃນແຕ່ລະປີ ເຊິ່ງປັດຈຸບັນ ໄດ້ສໍາເລັດການຈັດບູລິມະສິດຄູອາສາສະໝັກຕາມ 3 ບັນຊີ ໃນຈຳນວນ 7.693 ຄົນ ໃນນີ້ ບັນຊີທີ 1 ມີ 3.604 ຄົນ ໂດຍແມ່ນຄູອາສາສະໝັກທີ່ຈົບຖືກຊັ້ນ ແລະ ຖືກສາຍວິຊາ ທີ່ຜ່ານການປະເມີນການສອນຢູ່ໃນເກນດີ ແລະ ສະຖານການສຶກສາມີຄວາມຕ້ອງການ ສ່ວນຜູ້ທີ່ຈັດຢູ່ໃນບັນຊີທີ 2 ແມ່ນຜູ້ທີ່ສອນບໍ່ຖືກຊັ້ນ ຖືກສາຍ ເປັນຄູສອນລາຍວິຊາທີ່ມີຫຼາຍເກີນຄວາມຕ້ອງການຂອງສະຖານສຶກສາ ແຕ່ມີຄວາມກະຕືລືລົ້ນທີ່ຈະສືບຕໍ່ສອນ ສຳລັບກຸ່ມນີ້ ມີຈຳນວນ 1.404 ຄົນ ທີ່ຈະໄດ້ລະດົມໃຫ້ໄປບຳລຸງຍົກລະດັບໃນວິຊາທີ່ຂາດຢູ່ວິທະຍາໄລຄູແຫ່ງຕ່າງໆ ເພື່ອຈະສືບຕໍ່ບັນຈຸໃນຕໍ່ໜ້າ ສ່ວນຜູ້ທີ່ຈັດຢູ່ໃນບັນຊີທີ 3 ແມ່ນຈະລະດົມໃຫ້ໄປຮຽນອາຊີວະສຶກສາ ຫຼື ຂະແໜງການອື່ນໃນຈໍານວນ 2.685 ຄົນ ເມື່ອເວລາຈົບມາ ແມ່ນໃຫ້ໄປເຮັດວຽກອື່ນ.​  

    ທ່ານ  ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງເພີ່ມຕື່ມ ເພື່ອຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຄູອາສາສະໝັກ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດຳເນີນໃນວັນທີ 21 ມິຖຸນາ 2022 ວ່າ: ຕໍ່ບັນຫາດັ່ງກ່າວນີ້ ປັດຈຸບັນ ກະຊວງສຶກສາໄດ້ສໍາເລັດການເກັບກໍາ ແລະ ສັງລວມຈໍານວນຄູອາສາສະໝັກໃນແຕ່ລະຊັ້ນຮຽນ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າແຜນການບັນຈຸລັດຖະກອນຄູໃໝ່ໃນແຕ່ລະປີ ສຳລັບຄູອາສາສະໝັກທີ່ຈັດແບ່ງຕາມຊັ້ນຄື ຊັ້ນການສຶກສາກ່ອນໄວຮຽນມີ 1.417 ຄົນ ຊັ້ນປະຖົມສຶກສາ 2.601 ຄົນ ຊັ້ນມັດທະຍົມຕອນຕົ້ນ 1.372 ຄົນ ຊັ້ນມັດທະຍົມສົມບູນ 2.303 ຄົນ ໃນນີ້ ເປັນອາສາສະໝັກມາໄດ້ 8-9 ປີ ມີ 38 ຄົນ 6-7 ປີ ມີ 1.636 ຄົນ ແລະ ຄູອາສາສະໝັກປະມານ 3-5 ປີ ມີ 6.019 ຄົນ ຂະນະດຽວກັນ ໄດ້ສຳເລັດແບ່ງປັນຕົວເລກ (ທຶນໃນແຜນ) ໃຫ້ຄູອາສາສະໝັກບັນຊີທີ 2 ໄປຍົກລະດັບຊັ້ນປະລິນຍາຕີ (ຕໍ່ເນື່ອງ) ພາກປົກກະຕິ ພາຍໃນປະເທດຈຳນວນ 166 ຄົນໃນນັ້ນ ຊັ້ນມັດທະຍົມປະກອບມີວິຊາ ຄະນິດສາດ ພາສາລາວ-ວັນນະຄະດີ ໄອຊີທີ ພື້ນຖານວິຊາຊີບ ພະລະສຶກສາ ແລະ ສິລະປະສຶກສາ ໃນແຕ່ລະປີ ໄດ້ບັນຈຸຄູອາສາສະໝັກທີ່ສອນໃນແຕ່ລະຊັ້ນຮຽນເຂົ້າເປັນລັດຖະກອນຄູ ປະມານ 94% ຂອງໂກຕາທີ່ໄດ້ຮັບທັງໝົດ ເຊິ່ງເຮັດໃຫ້ຈໍານວນຄູອາສາສະໝັກໄດ້ຫຼຸດລົງໃນແຕ່ລະປີເຊັ່ນ: ໃນສົກຮຽນ 2020-2021 ທົ່ວປະເທດ ມີຈໍານວນຄູອາສາສະໝັກທັງໝົດ 8.423 ຄົນ (ນັບສະເພາະຜູ້ມີອາຍຸການສິດສອນ 3 ປີຂຶ້ນໄປ) ຕົກມາສົກຮຽນ 2021-2022  ທົ່ວປະເທດມີຈໍານວນຄູອາສາສະໝັກທັງໝົດເຫຼືອພຽງ 7.693 ຄົນ ຜ່ານການປະເມີນການສິດສອນຂອງຄູອາສາສະໝັກຂອງບັນດາແຂວງ ເມືອງ ແລະ ໂຮງຮຽນ ເຫັນວ່າປະສິດທິຜົນໃນການນໍາໃຊ້ຄູອາສາສະໝັກ ແມ່ນຢູ່ໃນລະດັບດີພໍສົມຄວນ ແລະ ສາມາດຮັບຮອງເປັນຄູໄດ້ ຖ້າວ່າມີໂຄຕາ ຫຼື ຖ້າວ່າມີລະບົບຄູພາລາກອນ.

error: Content is protected !!