ອຸດົມໄຊ ສຳເລັດການສອນເສັງຄັດເລືອກລັດຖະກອນຄູ

    ການສອບເສັງຄັດເລືອກພະນັກງານລັດຖະກອນຄູ ເພື່ອບັນຈຸເຂົ້າເປັນລັດຖະກອນ ເຊິ່ງໃຫ້ໄດ້ມາເພື່ອຄຸນນະພາບ ແລະ ຖືກຕ້ອງ ເໜາະສົມກັບໜ້າທີ່ວຽກງານ ທັງພຽບພ້ອມໄປດ້ວຍຄວາມຮູ້ ຄວາມສາມາດ ແລະ ມີຄຸນສົມບັດທີ່ດີ ສູນສອບເສັງໄດ້ຈັດຂຶ້ນທີ່ສະໂມສອນໃຫຍ່ຂອງແຂວງ ໃນວັນທີ 21 ມິຖຸນາ 2022 ເປັນປະທານໂດຍທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງ ມີທ່ານ ຫຼ້າວັນ ວົງຄຳສານ ຮອງຫົົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ມີຄະນະຮັບຜິດຊອບຈາກພະແນກການທີ່ກ່ຽວຂ້ອງ ແລະ ນັກສອບເສັງເຂົ້າຮ່ວມ

    ປັດຈຸບັນ ນັກສຶກສາທີ່ຮຽນຈົບສາຍວິຊາສະເພາະຄູມີຈໍານວນເພີ່ມຂຶ້ນຢ່າງຫຼວງຫຼາຍໃນແຕ່ລະປີ ແລະ ອາສາສະໝັກຄູກໍເຊັ່ນດຽວ ແຕ່ໂກຕາທີ່ໄດ້ຮັບຈາກຂັ້ນເທິງພັດມີຈໍາກັດ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າວຽກ ການບັນຈຸຊັບຊ້ອນພະນັກງານລັດຖະກອນຈິ່ງເປັນວຽກງານທີ່ສຳຄັນ ພັກ-ລັດ ໄດ້ເອົາໃຈໃສ່ ເພາະວ່າພະນັກງານລັດຖະກອນ ເປັນກໍາລັງຕົ້ນຕໍໃນການນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ໄປຈັດຕັ້ງຜັນຂະຫຍາຍໃຫ້ບັນລຸຜົນຕາມຈຸດປະສົງ.

    ໂອກາດນີ້ ທ່ານປະທານການສອບເສັງ ໄດ້ຮຽກຮ້ອງມາຍັງຄະນະກໍາມະການທຸກພາກສ່ວນ ໃຫ້ປະຕິບັດໜ້າທີຂອງຕົນດ້ວຍຄວາມເຄັ່ງຄັດ ປອດໃສ ຍຸຕິທໍາ ໃຫ້ສາມາດຄັດເລືອກໄດ້ຄູອາຈານໃໝ ຜູ້ທີ່ມີຄວາມຫ້າວຫັນ ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດດີ ຕາມມາດຖານເງື່ອນໄຂ ເພື່ອມາບັນຈຸເຂົ້າເປັນລັດຖະກອນໃໝ່ ແລະ ຮຽກຮ້ອງໃຫ້ນັກສອບເສັງຈົ່ງເອົາໃຈໃສ່ຕອບຂໍ້ສອບຂອງຕົນເອງສຸດຄວາມສາມາດ ດ້ວຍຄວາມບໍລິສຸດ ຕາມຄວາມຮູ້ດ້ານວິຊາສະເພາະຂອງຕົນທີ່ໄດ້ຮໍ່າຮຽນມາ ເຊິ່ງມີຄູ-ອາຈານທີ່ມີເງື່ອນໄຂໄດ້ຄັດເລືອກມາແຕ່ລະຂົງເຂດ ເຂົ້າຮ່ວມສອບເສັງທັງໝົດ 170 ຄົນ ເພື່ອເສັງເອົາໂກຕາໃນຈຳນວນ 12 ທືນ ຕາມແຜນແບ່ງປັນກະຊວງສຶກສາທິການ ແລະ ກີລາ.

    ການສອບເສັງເຂົ້າລັດຖະກອນຄູໃໝ່ໃນຄັ້ງນີ້ ຍັງເປັນການປະເມີນເຖິງຄວາມຮັບຮູ້ ແລະ ຮັບປະ ກັນເຖິງຄຸນນະພາບຂອງບຸຄະລະກອນທີ່ຈະບັນຈຸເຂົ້າເປັນລັດຖະກອນຄູໃໝ່ ແລະ ຈະຖືກຊັບຊ້ອນໄປປະຈໍາການຢູ່ຕາມຂະແໜງການສຶກສາແຫ່ງຕ່າງໆທີ່ເຫັນວ່າຍັງຂາດເຂີນ ແລະ ຈໍາເປັນ ສຳລັບຜົນການສອບເສັງແມ່ນຈະແຈ້ງໃຫ້ຮັບຊາບໃນໂອກາດຕໍ່ໄປ.

error: Content is protected !!