ທູດລາວປະຈຳ ສສ ຫວຽດນາມ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເຖາະ

    ວັນທີ 20 ມິຖຸນາ 2022 ຜ່ານມາ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເຖາະ ໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບສະຫາຍ ບູຍ ວັນ ກວາງ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງຝູເຖາະ ເຊິ່ງໃນການພົບປະຄັ້ງນີ້ ການນໍາແຂວງໄດ້ສະແດງຄວາມຍິນດີຕ້ອນຮັບ ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຂອງຕົນ ເປັນການປະກອບສ່ວນເຂົ້າໃສ່ການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການ ທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ.

    ພ້ອມດຽວກັນນັ້ນ ສະຫາຍ ບູຍ ວັນ ກວາງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ແຂວງໄດ້ມີກົນໄກນະໂຍບາຍຕ່າງໆໃນການດຶງດູດນັກລົງທຶນ ຈົນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ນັບມື້ນັບມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາຂະແໜງກະສິກໍາ ອຸດສາຫະກຳ ການທ່ອງທ່ຽວ ແລະ ການບໍລິການເປັນຕົວຂັບເຄື່ອນ ແລະ ສາມາດເກັບລາຍຮັບໃຫ້ສູນກາງໄດ້ຕາມແຜນການ ສ່ວນການພົວພັນຮ່ວມມືກັບສາກົນ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍກັບ ສປປ ລາວ ໄດ້ຜັນຂະຫຍາຍແນວທາງ ນະໂຍບາຍຂອງສອງພັກ-ລັດຢ່າງຕັ້ງໜ້າ ໂດຍໄດ້ເອົາໃຈໃສ່ໃນການຮັດແໜ້ນສາຍການພົວພັນຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ ສອງຝ່າຍໄດ້ມີການພົບປະແລກປ່ຽນຄະນະຜູ້ແທນ ຊ່ວຍເຫຼືອ ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ.

     ໂອກາດດຽວກັນ ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະນຳຂອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງແຂວງຝູເຖາະ ກັບບັນດາແຂວງພາກເໜືອຂອງລາວໃນໄລຍະຜ່ານມາ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ ເວົ້າສະເພາະແມ່ນແຂວງຝູເຖາະ ກັບບັນດາແຂວງພາກເໜືອຂອງລາວໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງານຍິ່ງໆຂຶ້ນ.

    ຈາກນັ້ນໃນວັນດຽວກັນ ທາງຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະກັບສະຫາຍ ພົນຈັດຕະວາ ຟ້າມ ຫົງ ເຈືອງ ຜູ້ບັນຊາການທະຫານເຂດ 2 ແລະ ໄດ້ໄປຢ້ຽມຢາມພົບປະ ແລະ ເຮັດວຽກຮ່ວມກັບຄະນະອຳນວຍການ ຄູ-ອາຈານ ແລະ ນັກສຶກສາລາວທີ່ມະຫາວິທະຍາໄລຮຸ່ງເວືອງ ເຊິ່ງປັດຈຸບັນມີນັກສຶກສາລາວທັງໝົດ 193 ຄົນ ທີ່ກຳລັງຮຽນຢູ່ມະຫາວິທະຍາໄລດັ່ງກ່າວ ທີ່ມາຈາກບັນດາແຂວງພາກເໜືອຂອງລາວຄື: ແຂວງຫຼວງນ້ຳທາ ອຸດົມໄຊ ຜົ້ງສາລີ ບໍ່ແກ້ວ ແລະ ແຂວງຫຼວງພະບາງ ໃນການພົບປະໂອ້ລົມ ສະຫາຍເອກອັກຄະລັດຖະທູດ ໄດ້ເນັ້ນໜັກໃຫ້ນັກສຶກສາເອົາໃຈໃສ່ໃນການເພີ່ມທະວີການເຝິກຝົນຫຼໍ່ຫຼອມຕົວເອງໃຫ້ຫຼາຍຂຶ້ນກວ່າເກົ່າ ໃນການຍາດແຍ່ງເອົາຄວາມຮູ້ກັບໄປພັດທະນາປະເທດຊາດ ພ້ອມທັງຮຽກຮ້ອງໃຫ້ນັກຮຽນ ນັກສຶກສາ ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ກໍຄືກົດລະບຽບຂໍ້ກໍານົດຕ່າງໆຂອງສະຖາບັນການສຶກສາວາງອອກ ຢ່າງເຂັ້ມງວດ.

error: Content is protected !!