ການປະຕິບັດວາລະແຫ່ງຊາດ ອົງການໄອຍະການປະຊາຊົນ ສາມາດແກ້ໄຂຄະດີຢາເສບຕິດໄດ້ 2 ພັນກວ່າເລື່ອງ

    ພາຍຫຼັງສະພາແຫ່ງຊາດຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດໃນປີຜ່ານມາ ໃນນີ້ ອົງການໄອຍະການປະຊາຊົນສູງສຸດ ກໍໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະດັ່ງກ່າວໄດ້ມີຜົນສຳເລັດຫຼາຍດ້ານ. 

    ອີງຕາມການຊີ້ແຈງຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມິຖຸນາ 2022 ໃຫ້ຮູ້ວ່າ ອົງການໄອຍະການປະຊາຊົນແຕ່ລະຂັ້ນ ໄດ້ມີຄວາມເຂັ້ມງວດ ແລະ ເດັດຂາດຂຶ້ນກວ່າເກົ່າ ໃນການຕິດຕາມກວດກາການດຳເນີນຄະດີຢາເສບຕິດ ອັນພົ້ນເດັ່ນແມ່ນໄດ້ມີການຕົກລົງເປັນເອກະພາບລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ໃຫ້ພະນັກງານໄອຍະການປະຊາຊົນເຂົ້າຮ່ວມໃນການຕິດຕາມກວດກາຄະດີຢາເສບຕິດລາຍໃຫຍ່ຮ່ວມກັບເຈົ້າໜ້າທີ່ຕຳຫຼວດເລີ່ມແຕ່ຫົວທີ ເພື່ອເຮັດໃຫ້ການດຳເນີນຄະດີມີຄວາມຄົບຖ້ວນ. 

    ນັບແຕ່ເລີ່ມຈັດຕັ້ງປະບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ (ເດືອນກັນຍາ ປີ 2021 ຫາ ປັດຈຸບັນ) ອົງການໄອຍະການປະຊາຊົນ ໄດ້ຮັບສຳນວນຄະດີຢາເສບຕິດ 2.582 ເລື່ອງ ໄດ້ພິຈາລະນາແກ້ໄຂແລ້ວ 2.212 ເລື່ອງ ເທົ່າກັບ 85,67% ໃນນັ້ນ ໄດ້ສັ່ງຟ້ອງສົ່ງສານແລ້ວ 2.005 ເລື່ອງ ໄດ້ຊັດມ້ຽນຄະດີ 11 ເລື່ອງ ໂຈະການດຳເນີນຄະດີ 3 ເລື່ອງ ສົ່ງຄືນໃຫ້ເຈົ້າໜ້າທີ່ທໍາການສືບສວນ-ສອບສວນຄືນໃໝ່ 193 ເລື່ອງ ກໍາລັງຄົ້ນຄວ້າ 370 ເລື່ອງ ເທົ່າກັບ 14,33 % ຈາກສະຖິຕິດັ່ງກ່າວ ເຫັນວ່າການດຳເນີນຄະດີຢາເສບຕິດແມ່ນມີຄວາມເຂັ້ມງວດຂຶ້ນກວ່າເກົ່າ. 

    ບົນພື້ນຖານວາລະແຫ່ງຊາດດັ່ງກ່າວ ຜ່ານມາ ອົງການໄອຍະການປະຊາຊົນໄດ້ສຸມໃສ່ຕິດຕາມກວດກາການດໍາເນີນຄະດີຢາເສບຕິດດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະ ການຕິດຕາມກວດກາ ການນໍາໃຊ້ມາດຕະການສະກັດກັ້ນຂອງອົງການສືບສວນ-ສອບສວນ ຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາເປັນຕົ້ນແມ່ນການກັກຕົວ ການຈັບຕົວ ການກັກຂັງພາງ ແລະ ການປ່ອຍຕົວພາງ ຜູ້ຖືກຫາຄະດີຢາເສບຕິດໃຫ້ມີຄວາມເຂັ້ມງວດຂຶ້ນ ນັບຕັ້ງແຕ່ເລີ່ມປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດມາຮອດປັດຈຸບັນ ອົງການໄອຍະການປະຊາຊົນໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການສະກັດກັ້ນກົດໝາຍວ່າດ້ວຍການດຳເນີນຄະດີອາຍາຄື ໄດ້ອອກຄຳສັ່ງຈັບຕົວ 3.279 ສະບັບ ໄດ້ກວດກາຄຳສັ່ງກັກຕົວ ແລະ ອອກຄຳສັ່ງກັກຂັງພາງ 14.714 ສະບັບ ອອກຄຳສັ່ງຕໍ່ກຳນົດເວລາກັກຂັງພາງ 12.770 ສະບັບ ໃນນີ້ໄດ້ກັກຂັງຜູ້ຖືກຫາຄະດີຢາເສບຕິດ 6.628 ຄົນ ເທົ່າກັບ 45,04% ຂອງຈຳນວນຜູ້ຖືກຫາທັງໝົດ 14.714 ຄົນ ໃນນີ້ໄດ້ອອກຄໍາສັ່ງປ່ອຍຕົວພາງຜູ້ຖືກຫາຄະດີອາຍາທົ່ວໄປ 916 ຄົນ ແຕ່ສຳລັບຜູ້ຖືກຫາຄະດີຢາເສບຕິດແມ່ນບໍ່ໄດ້ປ່ອຍຕົວພາງ.


# ຂ່າວ – ພາບ: ອົ່ນ ໄຟສົມທອງ

error: Content is protected !!