ໄຂ້ຍຸງລາຍ ຂ້າຊີວິດເຖິງ 3 ຄົນ ພ້ອມກັນປ້ອງກັນພະຍາດແຕ່ຫົວທີ

    ປັດຈຸບັນ ໄດ້ກ້າວເຂົ້າສູ່ລະດູຝົນ ເຊິ່ງເປັນລະດູການທີ່ກໍ່່ໃຫ້ເກີດການແຜ່ລະບາດຂອງພະຍາດໄຂ້ຍຸງລາຍເກີດຂຶ້ນຫຼາຍ ເພາະລະດູການນີ້ແມ່ນຈະກໍ່ໃຫ້ເກີດນໍ້າຖ້ວມຂັງຕາມພາຊະນະຕ່າງໆຕາມອ້ອມຂ້າງເຮືອນ ເປັນບ່ອນຍຸງລາຍໄປໄຂ່ໃສ່ໃຫ້ເກີດໜອນນໍ້າຍຸງລາຍ ເພື່ອເປັນການສະກັດກັ້ນ ປ້ອງກັນແຕ່ຫົວທີທຸກຄອບຄົວ ກໍຄືບັນດາຫ້ອງການຕ່າງໆ ຕ້ອງພ້ອມກັນອະນາໄມ ທຳລາຍບ່ອນເພາະພັນໜອນນໍ້າຍຸງລາຍໃຫ້ເປັນປະຈຳທຸກໆອາທິດ ຄຽງຄູ່ກັບການເອົາໃຈໃສ່ປະຕິບັດຫຼັກການ 5 ປ ຢ່າງເປັນປະຈຳ.

    ອີງຕາມການລາຍງານຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃນວັນທີ 20 ມິຖຸນາ 2022 ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ ຫາວັນທີ 20 ມິຖຸນາ 2022 ມີຄົນເຈັບຕິດເຊື້ອໄຂ້ຍຸງລາຍສະສົມ 3.132 ກໍລະນີ  ໃນນັ້ນ ນະຄອນຫຼວງວຽງຈັນ 1.542 ກໍລະນີ ເສຍຊີວິດ 1 ຄົນ ສາລະວັນ 497 ກໍລະນີ ເສຍຊີວິດ 2 ຄົນ ເຊກອງ 220 ກໍລະນີ ສະຫວັນນະເຂດ 148 ກໍລະນີ ຫຼວງພະບາງ 117 ກໍລະນີ ຈຳປາສັກ 78 ກໍລະນີ ອຸດົມໄຊ 72 ກໍລະນີ ຫຼວງນໍ້າທາ 63 ກໍລະນີ ຄຳມ່ວນ 59 ກໍລະນີ ວຽງຈັນ 56 ກໍລະນີ ບໍລິຄຳໄຊ 16 ກໍລະນີ ໄຊຍະບູລີ 9 ກໍລະນີ ໄຊສົມບູນ 2 ກໍລະນີ ສ່ວນ ຜົ້ງສາລີ ບໍ່ແກ້ວ ຊຽງຂວາງ ແລະ ຫົວພັນ ຍັງບໍ່ພົບກໍລະນີໄຂ້ຍຸງລາຍເກີດຂຶ້ນ.

    ເພື່ອເປັນການຕ້ານສະກັດກັ້ນພະຍາດໄຂ້ຍຸງລາຍ ທຸກຄົນຕ້ອງພ້ອມກັນປະຕິບັດຫຼັກການ 5 ປ ຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່ ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້ ນໍ້າຮອງຕີນຕູ້ ຖ້ານຮອງຈອກນໍ້າ ແລະ ອື່ນໆ ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ ກະປ່ອງ ຮາງລິນ ຢາງຕີນລົດເກົ່າ ແລະ ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານ.

     # ຂ່າວ – ພາບ : ເພັດສະໝອນ

error: Content is protected !!