ເຊັນສັນຍາຊື້-ຂາຍຮຸ້ນຂອງລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ

    ພິທີເຊັນສັນຍາຊື້-ຂາຍຮຸ້ນ ຂອງລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ລະຫວ່າງກະຊວງການເງິນ ແລະ ບໍລິສັດ ສິດທິໂລຈິສຕິກ ລາວ ຈໍາກັດ ຈັດຂຶ້ນວັນທີ 20 ມິຖຸນາ 2022 ທີ່ກະຊວງການເງິນ ໂດຍການລົງນາມລະຫວ່າງທ່ານ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ເຊັນເປັນພະຍານຂອງທ່ານ ພູດົງ ສຸຂະວົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ແລະ ທ່ານ ວຽງຄອນ ສິດທິໄຊ ຜູ້ອໍານວຍການບໍລິສັດ ສິິດທິໂລຈິສຕິກລາວ ຈໍາກັດ ເຊັນເປັນພະຍານຂອງທ່ານ ນາງ ມະໂນລີ ສີປະເສີດ ຮອງປະທານບໍລິສັດ ປີໂຕຣລຽມເທຣດດິງ ລາວມະຫາຊົນ ມີທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າຫ້ອງການ ຫົວໜ້າກົມ ຮອງກົມ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການເຊັນສັນຍາຄັ້ງນີ້ ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ວ່າດ້ວຍທິດຊີ້ນຳຜົນການປະມູນຊື້-ຂາຍຮຸ້ນ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ມອບໃຫ້ກະຊວງການເງິນ ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນ ກັບ ບໍລິສັດ ສິດທິ ໂລຈີສຕິກ ລາວ ຈຳກັດ ສະບັບເລກທີ 517/ຫສນຍ ລົງວັນທີ 18 ເມສາ 2022 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1771/ກງ ລົງວັນທີ 17 ມິຖຸນາ 2022 ວ່າດ້ວຍການອະນຸມັດເຫັນດີໃຫ້ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນຂອງລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ລະຫວ່າງກະຊວງການເງິນ ຕາງໜ້າໂດຍກົມປະຕິຮູບ ລັດວິສາຫະກິດ ແລະ ການປະກັນໄພ ຮ່ວມກັບ ບໍລິສັດ ສິດທິ ໂລຈິສຕິກ ລາວ ຈຳກັດ ເຊິ່ງລັດຖະບານລາວຕາງໜ້າໂດຍກະຊວງການເງິນຖືຮຸ້ນ 51% ແລະ ບໍລິສັດ ໂລຈິສຕິກ ລາວ ຈໍາກັດ ຖືຮຸ້ນ 49%. ທັງສອງຝ່າຍຕົກລົງເປັນເອກະພາບໃນການກໍານົດເນື້ອໃນ ແລະ ເງື່ອນໄຂວ່າດ້ວຍຮ່ວມຮຸ້ນຢູ່ໃນລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ໂດຍປະຕິບັດຕາມນະໂຍບາຍຂອງພັກ ແລະ ລັດຖະບານລາວ ກ່ຽວກັບການສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຮ່ວມກັນພັດທະນາດໍາເນີນທຸລະກິດລະບົບສາງ ລວມທັງການຄຸ້ມຄອງບໍລິຫານ ການດໍາເນີນງານ ແລະ ດ້ານການເງິນຂອງລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໃຫ້ມີຄວາມເຂັ້ມແຂງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!