ທສວ ສະໜອງທຶນຜ່ານທະນຄານທຸລະກິດເພື່ອນຳໄປປ່ອຍກູ້ໃຫ້ ຈວນກ

    ພິທີເຊັນສັນຍາສະໜອງທຶນ ລະຫວ່າງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ກັບສະຖາບັນການເງິນ ເພື່ອນຳໄປປ່ອຍກູ້ໃຫ້ຈຸລະວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ຈັດຂຶ້ນວັນທີ 21 ມິຖຸນາ 2022 ທີ່ໂຮງແຮມລາວພລາຊາ ຮ່ວມລົງນາມໂດຍທ່ານນາງ ແສງແກ້ວ ພຸດທະວົງ ຮອງຜູ້ອຳນວຍ ການກອງທຶນ ທສວ ແລະ ຜູ້ອຳນວຍການທະນາຄານພັດທະນາລາວ ທະນາຄານຮ່ວມທຸລະກິດລາວຫວຽດ ທະນາຄານມາລູຮານເຈແປນ ລາວ ທະນາຄານຫວຽດຕິນ ລາວ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກປະຕູຄຳ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກເນັກ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກໄຊອຸດົມ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກປາກຊັນ ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ທັງເປັນຮອງປະທານສະພາບໍລິຫານກອງທຶນ ທສວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ການເຊັນສັນຍາຄັ້ງນີ້ ທສວ ຈະເຊັນສັນຍາເພື່ອເພີ່ມທຶນໃຫ້ສະຖາບັນການເງິນທີ່ເປັນຄູ່ຮ່ວມຜ່ານມາ ແລະ ສະໜອງທຶນໃຫ້ຄູ່ຮ່ວມໃໝ່ 3 ບ້ວງເງິນ ຄື ບ້ວງເງິນກໍ່ຕັ້ງ ທສວ ຕໍ່ສັນຍາສະໜອງທຶນກັບທະນາຄານພັດທະນາລາວ ມູນຄ່າ 16 ຕື້ກີບ ເຊິ່ງເປັນບ້ວງເງິນເກົ່າທີ່ ທສວ ໄດ້ຮ່ວມມືກັບທະນາຄານໃນໄລຍະຜ່ານມາ ບ້ວງເງິນສະສົມຂອງ ທສວ 4,2 ຕື້ກີບ ໂດຍຈະສະໜອງທຶນໃຫ້ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກປາກຊັນ ມູນຄ່າ 1 ຕື້ກີບຖ້ວນ ເພີ່ມທຶນໃຫ້ສະຖາບັນການເງິນຈຸລະພາກທີ່ຮັບເງິນປະຕູຄໍາ ມູນຄ່າ 900 ລ້ານກີບ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກເນັກມູນຄ່າ 900 ລ້ານກີບ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ມູນຄ່າ 700 ລ້ານກີບ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກໄຊອຸດົມມູນຄ່າ 700 ລ້ານກີບ ສຳລັບບ້ວງເງິນປະກອບທຶນຂອງລັດຖະບານ ໃຫ້ ທສວ ໃນ 6 ເດືອນຕົ້ນປີນີ້ 97 ຕື້ກີບ ເຊິ່ງໄດ້ສະໜອງທຶນໃຫ້ທະນາຄານຫວຽດຕິນ ລາວ ມູນຄ່າ 32 ຕື້ກີບ ເພີ່ມທຶນໃຫ້ອີກ 3 ທະນາຄານທີ່ເປັນຄູ່ຮ່ວມມືຜ່ານມາ ຄື ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ມູນຄ່າ 25 ຕື້ກີບ ທະນາຄານ ພັດທະນາລາວ ມູນຄ່າ 20 ຕື້ກີບ ທະນາຄານ ມາຣູຮານ ເຈແປນ ລາວ ມູນຄ່າ 20 ຕື້ກີບ ເງິນຈຳນວນດັ່ງກ່າວຈະນຳໄປປ່ອຍກູ້ໃຫ້ ຈວນກ ໃນຂອບເຂດທົ່ວປະເທດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!