ສະພາ ສະເໜີລັດຖະບານກໍານົດມາດຕະການເດັດຂາດ ເພື່ອແກ້ໄຂບັນຫາຢາເສບຕິດ

    ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX  ວັນທີ 21 ມິຖຸນາ 2022 ທີ່ສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາ ສພຊ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ສະເໜີໃຫ້ລັດຖະບານສືບຕໍ່ປັບປຸງກົນໄກຕ່າງໆໃຫ້ຮັດກຸມ ພ້ອມທັງກຳນົດມາດຕະການທີ່ເດັດຂາດ ເພື່ອຮັບປະກັນໃຫ້ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

     ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຂອງລັດຖະບານໄລຍະຜ່ານມາ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ມະຕິຂອງກອງປະຊຸມສະພາແຫ່ງຊາດ ເຮັດໃຫ້ບັນຫາຢາເສບຕິດໄດ້ຮັບການແກ້ໄຂເປັນວົງກວ້າງ ກຸ່ມເສບ ຂົນສົ່ງ-ຄ້າຂາຍ ແລະ ຜະລິດຢາເສບຕິດ ມີຄວາມຢ້ານກົວ ແລະ ຈໍານວນໜຶ່ງໄດ້ຢຸດເຊົາ ອັນໄດ້ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງການເມືອງ ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ໂດຍພື້ນຖານ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງປະເທດຊາດ ແນວໃດກໍຕາມ ເພື່ອຮັບປະກັນໃຫ້ການປະຕິບັດວາລະດັ່ງກ່າວບັນລຸຄາດໝາຍ ຄະນະປະຈໍາສະພາແຫ່ງຊາດສະເໜີໃຫ້ລັດຖະບານສືບຕໍ່ປັບປຸງກົນໄກຕ່າງໆໃຫ້ຮັດກຸມ ໂດຍການດໍາເນີນມາດຕະການປ້ອງກັນໄປຄຽງຄູ່ການແກ້ໄຂຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍທີ່ເດັດຂາດ ໂດຍສະເພາະ ການເພີ່ມທະວີຍົກສູງຄວາມສາມາດໃນການຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ກາຍເປັນຄວາມຮັບຜິດຊອບໂດຍກົງ ແລະ ເດັດຂາດຂອງຄະນະພັກແຕ່ລະຂັ້ນ ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນມາດຖານເງື່ອນໄຂໜຶ່ງເຂົ້າໃນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ສ້າງບ້ານປອດຢາເສບຕິດ ສ້າງໜ່ວຍພັກປອດໃສເຂັ້ມແຂງ-ໜັກແໜ້ນ ຢູ່ບ້ານ ສໍານັກງານ ອົງການ ສະຖາບັນການສຶກສາ ໂຮງໝໍ ໂຮງຈັກ ໂຮງງານ ແລະ ບັນດາຫົວໜ່ວຍການຜະລິດ-ທຸລະກິດ ເພື່ອສ້າງໃຫ້ທຸກຄົນມີສະຕິລະວັງຕົວ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວຢ່າງແຂງແຮງ.

   ຄະນະປະຈໍາ ສພຊ ສະເໜີໃຫ້ລັດຖະບານສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມ ດ້ວຍການສຶກສາອົບຮົມ ໂຄສະນາເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດຢ່າງປົກກະຕິ ແລະ ຕໍ່ເນື່ອງດ້ວຍຫຼາຍຮູບແບບ ຫຼາຍວິທີ ເອົາໃຈໃສ່ຊຸກຍູ້ ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ ແລະ ຊຸມຊົນໃນການຕ້ານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງ ສືບຕໍ່ປັບປຸງ ສ້າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດໃຫ້ຮັດກຸມ ບໍ່ມີຊ່ອງຫວ່າງ ຖືກຕ້ອງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ການກໍານົດມາດຕະຖານໂທດປະຫານຊີວິດໃຫ້ຊັດເຈນ ການແກ້ໄຂຂອງກາງ ຫຼື ວັດຖຸ ຊັບສິນ ທີ່ໄດ້ມາຈາກການກະທໍາຜິດຢາເສບຕິດ ບໍ່ປະໃຫ້ເປັນຊ່ອງວ່າງ ເພື່ອສວຍໃຊ້ໃນການຕໍ່ລອງ ພ້ອມນັ້ນ ໃຫ້ເອົາໃຈໃສ່ໃນການບໍາບັດ-ປິ່ນປົວຜູ້ຕິດຢາເສບຕິດ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດ ກັບການດັດສ້າງ ແລະ ເຝີກສີມື ເຝິກອາຊີບ ໃຫ້ເຂົາເຈົ້າ.

     ລັດຖະບານ  ຍັງຕ້ອງເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ ແລະ ຄວາມໂປ່ງໃສໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຢ່າງເດັດຂາດ ແລະ ທັນການ ຕ້ອງກໍານົດລະບອບລະບຽບການ ກົນໄກ ແລະ ການຈັດຕັ້ງທີ່ເຂັ້ມແຂງ ກ່ຽວກັບບັນຫາທີ່ພົວພັນເຖິງການແຈ້ງຂໍ້ມູນຂອງກາງ ຊັບສິນ ການອາຍັດຊັບ ການຢຶດຊັບ ການຮິບວັດຖຸຈາກຜູ້ກະທໍາຜິດຢາເສບຕິດ ທີ່ອາດເປັນຊ່ອງວ່າງພາໃຫ້ເກີດປາກົດການຫຍໍ້ທໍ້ ພ້ອມທັງເອົາໃຈໃສ່ການແກ້ໄຂກໍລະນີຕ່າງໆທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຫຼັກສິນທໍາໃນການດໍາເນີນຄະດີ ສືບຕໍ່ເພີ່ມທະວີຮ່ວມມືກັບສາກົນ ໂດຍສະເພາະດ້ານການຂ່າວ ຂໍ້ມູນເບາະແສຕ່າງໆກ່ຽວກັບຂະບວນການຜະລິດ ຂົນສົ່ງ ຄ້າຂາຍຢາເສບຕິດ ກັບບັນດາປະເທດໃກ້ຄຽງໃນອານຸພາກພື້ນ ແລະ ສາກົນ ໃຫ້ໜັກແໜ້ນ ຮັດກຸມ ເພື່ອສະກັດກັ້ນ ປາບປາມ ຂະບວນການດັ່ງກ່າວໃຫ້ແຂງແຮງ ມີຈຸດສຸມ ແລະ ມີປະສິດທິຜົນຫຼາຍຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!