ລົດໄຟລາວ-ຈີນ ເປີດດຳເນີນທຸລະກຳຂົນສົ່ງສິນຄ້າສະຖານີກາສີ

    ສະຖານີກາສີ ເປັນສະຖານີແຫ່ງທີ 6 ຂອງທາງລົດໄຟລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຕໍ່ຈາກສະຖານີວຽງຈັນໃຕ້ ສະຖານີໂພນໂຮງ ສະຖານີວັງວຽງ ສະຖານີຫຼວງພະບາງ ແລະ ສະຖານີນາເຕີຍ ເຊິ່ງໄດ້ເປີດໃຫ້ບໍລິການຢ່າງເປັນທາງການວັນທີ 13 ມິຖຸນາ 2022 ໂດຍສະຖານີດັ່ງກ່າວ ມີລາງຮັບສົ່ງລົດໄຟໂດຍສານ 3 ລາງ ລາງສິນຄ້າ 1 ລາງ ລານຂົນສົ່ງສິນຄ້າ ມີເນື້ອທີ່ 4.215 ຕາແມັດ ມີສະແຕັກເກີ 1 ຄັນ ແລະ ເຄື່ອງຊັ່ງນ້ຳໜັກລົດບັນທຸກ 1 ຈຸດ ໃນການດໍາເນີນທຸລະກຳຂົນສົ່ງສິນຄ້າ ເບື້ອງຕົ້ນແມ່ນນໍາໃຊ້ຕູ້ຄອນເທັນເນີຂະໜາດ 40 (45) ຟຸດເປັນຫຼັກ ສິນຄ້າທີ່ຂົນສົ່ງມາຮອດສ່ວນໃຫຍ່ ແມ່ນປະເພດເຄື່ອງໃຊ້ໃນຊີວິດປະຈໍາວັນທົ່ວໄປ.

    ນອກນີ້ ເພື່ອໃຫ້ບັນດາວິສາຫະກິດ ແລະ ປະຊາຊົນລາວໄດ້ເຫັນເຖິງໂອກາດ ແລະ ຜົນຕອບແທນທີ່ທາງລົດໄຟລາວ-ຈີນຈະນຳມາໃຫ້ ຊຸກຍູ້ໃຫ້ເສດຖະກິດລາວ ແລະ ພາກພື້ນມີຄວາມເຂັ້ມແຂງ ແລະ ຍືນຍົງ ນອກຈາກທາງລົດໄຟລາວ-ຈີນ ໄດ້ເປີດດຳເນີນການຂົນສົ່ງສິນຄ້າບັນດາສະຖານີຕ່າງໆເຊັ່ນ: ສະຖານີວຽງຈັນໃຕ້ ສະຖານີນາເຕີຍ ສະຖານີວັງວຽງ ສະຖານີຫຼວງພະບາງ ສະຖານີໂພນໂຮງ ແລະ ສະຖານີອື່ນໆແລ້ວ ຍັງໄດ້ເຄື່ອນໄຫວສຳຫຼວດການຂົນສົ່ງທາງລົດໄຟສາກົນຮູບແບບໃໝ່ເຊັ່ນ: “Lancang-Mekong Express Line + Cross-border E-commerce”, “Laos-China Railway + China-Europe Railway Express”, “Laos-China Railway + Western Land-Sea New Corridor Express” ແລະ ການຂົນສົ່ງຮູບແບບໃໝ່ອື່ນໆ ເພື່ອເພີ່ມທະວີຄວາມສາມາດໃນການສົ່ງອອກຂອງທາງລົດໄຟລາວ-ຈີນ ແລະ ການຂົນສົ່ງຂ້າມຊາຍແດນ ພ້ອມນັ້ນ ກໍຮັກສາຄ່າຂົນສົ່ງໃຫ້ມີຄວາມຄົງທີ່ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນການອະນຸມັດດ່ານພາສີໃຫ້ມີຄວາມຄ່ອງຕົວ ແລະ ເພືື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງ.

    ຕາມການລາຍງານຂອງຜູ້ຮັບຜິດຊອບຝ່າຍບໍລິຫານ ການດຳເນີນການຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດໃຫ້ຮູ້ວ່າ: ບັນດາວິສາຫະກິດທີ່ມີຄວາມຕ້ອງການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ສາມາດຕິດຕໍ່ພົວພັນຫາບໍລິສັດເພື່ອດຳເນີນທຸລະກຳການຂົນສົ່ງສິນຄ້າ ຫຼື ໂທສອບຖາມຂໍ້ມູນລ່ວງໜ້າຜ່ານເບີໂທຂອງແຕ່ລະສະຖານີໂດຍກົງ ເຊິ່ງການພົວພັນຫາສະຖານີເພື່ອຂົນສົ່ງສິນຄ້າຜ່ານທາງລົດໄຟ ແມ່ນການຂົນສົ່ງທີ່ປະຢັດ ແລະ ສະດວກທີ່ສຸດໃນປັດຈຸບັນ.

    ຕາມລາຍງານໃຫ້ຮູ້ຕື່ມວ່າ: ນັບແຕ່ຕົ້ນປີ 2022 ຫາວັນທີ 13 ມິຖຸນາເປັນຕົ້ນມາ ທາງລົດໄຟລາວ-ຈີນ ໄດ້ມີການສົ່ງສິນຄ້າ 643.000 ກວ່າໂຕນ ໃນນັ້ນ 472.000 ໂຕນ ແມ່ນການຂົນສົ່ງຂ້າມແດນ ໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ ແຮ່ເຫຼັກ ຝຸ່ນຊີວະພາບ ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະ ອື່ນໆ ລວມກວ່າ 100 ຊະນິດ ລົດໄຟຂົນສົ່ງສົນຄ້າແມ່ນເຊື່ອມຕໍ່ກັບ 21 ແຂວງຂອງຈີນ ກວມເອົາການຂົນສົ່ງຜ່ານປະເທດໄທ ມຽນມາ ມາເລເຊຍ ກຳປູເຈຍ ສິງກະໂປ ແລະ ປະເທດອື່ນໆເກືອບ 10 ກວ່າປະເທດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!