ສ້າງຂີດຄວາມສາມາດພະນັກງານ-ລັດຖະກອນ ຜູ້ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍ

    ພະແນກພາຍໃນ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບກົມແຂ່ງຂັນ ແລະ ຍ້ອງຍໍ ກະຊວງພາຍໃນ ຈັດເຝິກອົບຮົມສ້າງຂີດຄວາມສາມາດພະນັກງານ-ລັດຖະກອນ ຜູ້ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍ ໃຫ້ບັນດາພະແນກການ ເຈົ້າເມືອງ ແລະ ຫ້ອງການພາຍໃນ 9 ຕົວເມືອງອ້ອມຂ້າງ ນວ ວັນທີ 15-17 ມິຖຸນາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຈັດຕັ້ງ ນວ ມີທ່ານ ບັນນະ ບຸບຜາ ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ກະຊວງພາຍໃນ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ຫ້ອງການພາຍໃນ ແລະ ສໍາມະນາກອນຈາກພະແນກການອ້ອມຂ້າງ ນວ.

    ທ່ານ ບຸນໜາ ຜາທຸມມະວົງ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ມີຄວາມສໍາຄັນ ແລະ ເປັນຄັ້ງທໍາອິດທີ່ຈັດເຝິກອົບຮົມວຽກງານແຂ່ງຂັນ ແລະ ຍ້ອງຍໍໃຫ້ບັນດາພະແນກການ ເຈົ້າເມືອງ ແລະ ຫ້ອງການພາຍໃນ 9 ຕົວເມືອງອ້ອມຂ້າງ ນວ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກດັ່ງກ່າວໃຫ້ມີຄວາມຮັບຮູ້ ເຂົ້າໃຈ ແລະ ກໍາແໜ້ນດ້ານເນື້ອໃນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ ເຊິ່ງເນື້ອໃນການເຝິກອົບຮົມ ປະກອບມີ ການກໍາເນີດ ແລະ ການຂະຫຍາຍຕົວຂອງວຽກງານສະດຸດີ (ຍ້ອງຍໍ) ວຽກງານການແຂ່ງຂັນວຽກງານຄຸ້ມຄອງນາມມະຍົດ ວິທີປະດັບການຍ້ອງຍໍ ການຕິດຫຼຽນ ແລະ ການປົກປັກຮັກສາຫຼຽນ ໂດຍຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ ແລກປ່ຽນບົດຮຽນຢ່າງເລິກເຊິ່ງນໍາຄູເຝິກ ແນໃສ່ສ້າງຄວາມເຂົ້າໃຈເອກະພາບຕໍ່ກັບການນໍາເອົາເນື້ອໃນໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ມີປະສິດທິພາບສູງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!