ການປະຕິບັດຄາດໝາຍດ້ານການພັດທະນາສັງຄົມ ມີຫຼາຍຄາດໝາຍບໍ່ທັນບັນລຸຕາມແຜນ

    ອີງຕາມບົດປະກອບຄໍາເຫັນຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາດເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ເມື່ອວັນທີ 13 ມິຖຸນາຜ່ານມາ ໃຫ້ຮູ້ວ່າ: ການປະຕິບັດຄາດໝາຍຂອງບັນດາຂະແໜງການສັງຄົມໄລຍະ 6 ເດືອນຕົ້ນປີ 2022 ໃນຈຳນວນ 18 ຄາດໝາຍທີ່ລັດຖະບານສຸມໃສ່ຈັດຕັ້ງປະຕິບັດໃນແຜນພັດທະນາດັ່ງກ່າວ ເຫັນວ່າມີຫຼາຍຄາດໝາຍບໍ່ທັນສາມາດປະຕິບັດໄດ້ຕາມແຜນ ເປັນຕົ້ນ ການຈັດຕັ້ງປະຕິບັດ 15 ຄາດໝາຍ ຂອງຂະແໜງສຶກສາທິການ ແລະ ກີລາ ສາມາດບັນລຸໄດ້ 7 ຄາດໝາຍຍັງ 8 ຄາດໝາຍບໍ່ສາມາດບັນລຸ ແລະ ມີທ່າອ່ຽງຖົດຖອຍ ເປັນຕົ້ນ ອັດຕາການເຂົ້າຮຽນຂອງເດັກ 5 ປີ ການປະລະການຮຽນຂັ້ນ ປ.1 ຊັ້ນປະຖົມ ມັດທະຍົມຕົ້ນ ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ເຝີກອົບຮົມວິຊາຊີບ ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຈັດການຮຽນ-ການສອນບໍ່ປົກກະຕິ ການຈັດການຮຽນ-ການສອນທາງໄກຍັງບໍ່ທົ່ວເຖິງ ແລະ ບໍ່ຮັບປະກັນຄຸນນະພາບ ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຄວາມທຸກຍາກຍັງເປັນສິ່ງກີດຂວາງ ພາໃຫ້ນັກຮຽນປະລະການຮຽນ ຄວາມເຂົ້າໃຈຂອງຄູ ຕໍ່ເນື້ອໃນ ແລະ ວິທີສອນຕາມຫຼັກສູດໃໝ່ຍັງບໍ່ທັນເລິກເຊິ່ງ ການສອບວິຊາຊີບໃຫ້ນັກຮຽນບໍ່ທັນມີຫຼາຍທາງເລືອກ ແລະ ບໍ່ທົ່ວເຖິງ ພື້ນຖານໂຄງລ່າງ ສະພາບແວດລ້ອມ ແລະ ສິ່ງເອື້ອອຳນວຍຫຼາຍດ້ານຍັງຈຳກັດ.

    ການຈັດຕັ້ງປະຕິບັດ 11 ຄາດໝາຍຂອງຂະແໜງສາທາລະນະສຸກ ສາມາດບັນລຸໄດ້ 5 ຄາດໝາຍ ຍັງບໍ່ບັນລຸ 6 ຄາດໝາຍຄື: ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າ ລວງສູງຕໍ່າກວ່າມາດຕະຖານ ການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊີນກັນພະຍາດ ເນື່ອງຈາກການກິນອາຫານບໍ່ຄົບຕາມຫຼັກໂພຊະນາການ ແພດປະດຸງຄັນຍັງບໍ່ພຽງພໍ ອຸປະກອນການແພດຫຼາຍທ້ອງຖິ່ນແມ່ນເກົ່າແກ່ ບໍ່ໄດ້ມາດຕະຖານ ໂດຍສະເພາະຢູ່ໂຮງໝໍນ້ອຍ ພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມຍັງມີຄວາມຫຍຸ້ງຍາກ ເຮັດໃຫ້ປະຊາຊົນບໍ່ສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ຜູ້ປົກຄອງຈຳນວນໜຶ່ງບໍ່ເຂົ້າໃຈ ແລະ ບໍ່ໃຫ້ການຮ່ວມມື ເອົາເດັກໃນກຸ່ມເປົ້າໝາຍໄປຮັບວັກຊີນຄົບຕາມຫຼັກການ

      ການຈັດຕັ້ງປະຕິບັດ 7 ຄາດໝາຍຂອງຂະແໜງແຮງງານ ແລະ ສະຫວັດດີການ-ສັງຄົມ ມີ 4 ຄາດໝາຍມີຄວາມຄືບໜ້າ ຍັງ 3 ຄາດໝາຍທີ່ມີຄວາມສ່ຽງບໍ່ບັນລຸຄື: ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດປະຊາທິປະໄຕ ການສ້າງກອງທຶນຄຸ້ມຄອງໄພພິບັດກວດກູ້ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ທຳການຜະລິດ ແລະ ເຂດຊຸມຊົນ ເຂດຈຸດສຸມການຜະລິດ ເນື່ອງຈາກງົບປະມານມີຄວາມຈຳກັດ

    ການຈັດຕັ້ງປະຕິບັດ 6 ຄາດໝາຍຂອງຂະແໜງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີ 4 ຄາດໝາຍມີຄວາມຄືບໜ້າ ແລະ ຍັງ 2 ຄາດໝາຍມີຄວາມສ່ຽງບໍ່ບັນລຸຄື: ການຂຶ້ນທະບຽນບັນຊີວັດຖຸບູຮານ ແລະ ພະພຸດທະຮູບການຂຶ້ນບັນຊີມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ການຂຶ້ນບັນຊີວັດຖຸບູຮານ ແລະ ພະພຸດທະສິມມາ ແລະ ການສ້າງເອກະສານສະເໜີມໍລະດົກທຳມະຊາດຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກ ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ສາມາດລົງສຳຫຼວດໄດ້ ການປະສານສົມທົບແກ້ໄຂໂຄງການລົງທຶນ ທີ່ຕິດກັບເຂດກັນຊົນ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ບໍ່ທັນສຳເລັດ.

# ຂ່າວ – ພາບ : ລັດເວລາ

error: Content is protected !!