ເມືອງຫົງສາ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນ

    ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫົງສາ ແຂວງໄຊຍະບູລີ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ ເສື່ອມຄຸນນະພາບ ແລະ ສິນຄ້າເກືອດຫ້າມ ໃນວັນທີ 13 ມິຖຸນາ 2022 ຢູ່ເດີ່ນຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫົງສາ ໂດຍການເຂົ້າຮ່ວມຂອງທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງວ່າການປົກຄອງເມືອງ ມີຕາງໜ້າຫ້ອງການທີ່ກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມ.

    ທ່ານ ນັນທະລາດ ນັກຄະລາດ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫົງສາ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງໜ່ວຍສະເພາະກິດຂັ້ນເມືອງ ໄດ້ລົງກວດກາສິນຄ້າຢູ່ບັນດາຮ້ານຄ້າຕ່າງໆ ພາຍໃນເມືອງ ຈຳນວນ 121 ຮ້ານ ໃນນີ້ ຮ້ານຂາຍເຄື່ອງສົ່ງ 7 ຮ້ານ ຮ້ານມິນິມາກ 1 ຮ້ານ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ 113 ຮ້ານ ສາມາດກວດພົບເຫັນ ແລະ ຢຶດສິນຄ້າໄດ້ທັງໝົດ 40 ລາຍການ (ເປັນສິນຄ້າໝົດອາຍຸ-ເສື່ອມຄຸນ) ໂດຍສະເພາະ ແມ່ນສິນຄ້າປະເພດຂະໜົມ ໝີ່ສໍາເລັດຮູບ ເຄື່ອງສຳອາງ ເຄື່ອງປຸງແຕ່ງອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ລວມມູນຄ່າ 2 ລ້ານກວ່າກີບ.

    ນອກຈາກນີ້ ທາງຄະນະສະເພາະກິດ ຍັງໄດ້ແນະນໍາໃຫ້ຜູ້ປະກອບການໃນດ້ານລະບຽບການຊື້-ຂາຍສິນຄ້າ ກວດກາສິນຄ້າຂອງຕົນ ແລະ ເຮັດບົດບັນທຶກກ່າວເຕືອນໄປແລ້ວ 13 ຫົວໜ່ວຍ ພ້ອມທັງປັບໃໝຕາມລະບຽບການ ແລະ ຢຶດສິນຄ້າມາທຳລາຍ ເພື່ອບໍ່ໃຫ້ວາງຂາຍຕໍ່ໄປອີກ.

error: Content is protected !!