ເຜີຍແຜ່ດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ

    ກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ສົມທົບກັບພະແນກພາຍໃນແຂວງຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມເຜີຍແຜ່ດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ສະບັບເລກທີ 315/ລບ ວັນທີ 7-9 ມິຖຸນາ 2022 ທີ່ຫ້ອງວ່າການປົກຄອງເມືອງລອງ ແຂວງຫຼວງນໍ້າທາ ເປັນປະທານຮ່ວມຂອງທ່ານ ສໍສອນພິດ ພານຸວົງ ຄະນະພັກກະຊວງພາຍໃນ ຫົວໜ້າກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ທ່ານ ນາງ ຄຳພົ້ວ ໄຊປະເສີດ ຮອງຫົວໜ້າພະແນກພາຍໃນແຂວງ ແລະ ທ່ານ ບຸນຖອງ ລໍຫວັນວົງສາ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງລອງ ມີພະນັກງານຈາກອົງການຈັດຕັ້ງຂອງລັດ ການຈັດຕັ້ງແຕ່ລະສາສະໜາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກອົງການສັນຕິ (Santi Corporation) ເພື່ອຮັບປະກັນການປະຕິບັດສິດໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາຂອງພົນລະເມືອງລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກໍາຕ່າງໆຂອງ ສປປ ລາວ ແນໃສ່ຫັນການເຄື່ອນໄຫວຂອງບັນດາການຈັດຕັ້ງສາສະໜາເຂົ້າສູ່ກົນໄກການຄຸ້ມຄອງຂອງລັດ ແລະ ມີຄວາມເປັນເອກະພາບກັນໃນທົ່ວປະເທດ

# ຂ່າວ – ພາບ : ຂັນທະວີ

error: Content is protected !!