ຈະປະຄັບປະຄອງແກ້ໄຂໜີ້ສິນ ຮັບປະກັນບໍ່ໃຫ້ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້

    ໃນກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ 2022 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕັ້ນປີ ແລະ ໝົດປີ 2022 ໃຫ້ຮູ້ວ່າ ການຊໍາລະໜີ້ສິນສາທາລະນະ ສຳລັບປີ 2022 ມີແຜນຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດທັງໝົດ 7.157 ຕື້ກີບ ແລະ 1.598 ລ້ານ ໂດລາສາຫະລັດ.

    ມາຮອດວັນທີ 31 ພຶດສະພາ 2022 ສາມາດປະຕິບັດໄດ້ຄືໜີ້ສິນພາຍໃນ ຊໍາລະແລ້ວ 1.619 ຕື້ກີບ ເທົ່າກັບ 24,53% ຂອງແຜນການປີ ໃນນີ້ ຕົ້ນທຶນພັນທະບັດຊໍາລະແລ້ວ 1.381 ຕື້ກີບ ເທົ່າກັບ 27,08% ຂອງແຜນການປີ ດອກເບ້ຍພັນທະບັດຊໍາລະແລ້ວ 238 ຕື້ກີບ ເທົ່າກັບ 15,88% ຂອງແຜນການປີ ສໍາລັບການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍການອອກພັນທະບັດລັດຖະບານວົງເງິນ 10 ພັນຕື້ກີບ ສາມາດຈັດຕັ້ງປະຕິບັດໄດ້ 9.577 ຕື້ກີບ ເທົ່າກັບ 95,78% ຂອງແຜນການ ໃນນັ້ນ ພັນທະບັດອວ່າຍໜີ້ສາມແຈປະຕິບັດໄດ້ 3.818 ຕື້ກີບ ເທົ່າກັບ 93,55% ຂອງແຜນການ ແລະ ພັນທະບັດຊໍາລະໜີ້ສິນ ໂຄງການລົງທຶນຂອງລັດປະຕິບັດໄດ້ 5.759 ຕື້ກີບ ເທົ່າກັບ 97,32% ຂອງແຜນການ ຍັງມີຍອດເຫຼືອ 423 ຕື້ກີບ ໃນນັ້ນ ພັນທະບັດອວ່າຍໜີ້ສາມແຈ 264 ຕື້ກີບ ແລະ ພັນທະບັດຊໍາລະໜີ້ສິນໂຄງການລົງທຶນຂອງລັດ 159 ຕື້ກີບ. ນອກຈາກນີ້ ກໍໄດ້ຊຳລະໜີ້ສິນຕ່າງປະເທດ 137,90 ລ້ານໂດລາ ເທົ່າກັບ 8,62% ຂອງແຜນການປີ ໃນນີ້ຕົ້ນທຶນເງິນກູ້ ຊໍາລະແລ້ວ 81,72 ລ້ານໂດລາ ເທົ່າກັບ 6,92% ຂອງແຜນການປີ ດອກເບ້ຍເງິນກູ້ຊໍາລະແລ້ວ 56,17 ລ້ານໂດລາ ເທົ່າກັບ 13,46% ຂອງແຜນການປີ ເຖິງແນວໃດກໍຕາມລັດຖະບານ ກໍຄືກະຊວງການເງິນ ຈະພະຍາຍາມບໍລິຫານໜີ້ສິນສາທາລະນະ ໂດຍສະເພາະ ແຜນການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດໃນ 7 ເດືອນທ້າຍປີ 2022 ຮັບປະກັນໃຫ້ໄດ້ຕາມແຜນ ແລະ ຈະປະຄັບປະຄອງການແກ້ໄຂໜີ້ສິນສາທາລະນະໃຫ້ຮັບປະກັນປະຕິບັດໄດ້ໂດຍພື້ນຖານ ເດັດຂາດບໍ່ໃຫ້ປະເທດຕົກເປັນປະເທດບໍ່ສາມາດຊໍາລະໜີ້ສິນໄດ້.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!