ບໍລິຈາກເລືອດແມ່ນພະລັງແຫ່ງຄວາມສາມັກຄີ ມາຮ່ວມກັນບໍລິຈາກເລືອດເພື່ອຊ່ວຍຊີວິດ

    ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ຢູ່ສູນ ການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນວັນທີ 14 ມິຖຸນາ 2022 ໂດຍມີທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນ ເລືອດແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໃນແຕ່ລະປີ ອົງການອະນາໄມໂລກ ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນ ພ້ອມດ້ວຍໜ່ວຍງານສາກົນທີ່ກ່ຽວຂ້ອງອື່ນໆ ໄດ້ມີການກໍານົດຄໍາຂວັນເພື່ອສະເຫຼີມສະຫຼອງທີ່ແຕກຕ່າງກັນ  ເຊັ່ນ: ປີ 2021 ຜ່ານມາ ແມ່ນ: “ ໃຫ້ເລືອດ ເພື່ອຕໍ່ລົມຫາຍໃຈ ໃຫ້ເພື່ອຮ່ວມໂລກ ” ແລະ 2022 ແມ່ນ  “ ບໍລິຈາກເລືອດແມ່ນພະລັງແຫ່ງຄວາມສາມັກຄີ ມາຮ່ວມກັນບໍລິຈາກເລືອດເພື່ອຊ່ວຍຊີວິດ

    ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ແຈ້ງໃຫ້ຊາບວ່າ: ສະເພາະກິດຈະກຳການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດປີ 2022 ເພື່ອສ້າງຄວາມເປັນນໍ້າໜຶ່ງໃຈດຽວກັນໃນການບໍລິຈາກເລືອດ ສ້າງຄຸນຄ່າຂອງການບໍລິຈາກເລືອດ ແລະ ໃຫ້ເລືອດດ້ວຍຄວາມບໍລິສຸດໃຈ ເປັນການປະກອບສວ່ນໃນການເຮັດໃຫ້ສັງຄົມມີຄວາມສາມັກຄີ ເອື້ອເຟື້ອເຜື່ອແຜ່ ຊ່ວຍເຫຼືອທາງດ້ານມະນຸດສະທຳ ເຊິ່ງໃນປີນີ້ ຈະມີຜູ້ເຂົ້າຮ່ວມຫຼາຍກ່ວາ 1.000 ຄົນ ແລະ ຄາດຄະເນຈະມີຜູ້ຮ່ວມບໍລິຈາກເລືອດບໍ່ຕໍ່າກ່ວາ 400 ຄົນ.

# ຂ່າວ – ພາບ : ບຸນມີ

error: Content is protected !!