ພິທີສ້າງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາ (ສຄອ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 13 ມິຖຸນາ 2022 ທີ່ໂຮງແຮມແລນມາກ ນວ ໂດຍເປັນປະ ທານຂອງທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ກາຄ້າ ນວ ທ່ານ ປອ ທິນນະກອນ ທອງຄຳ ຮັກສາການເຈົ້າເມືອງສີສັດຕະນາກ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານທີ່ປຶກສາກິດຕິມະສັກ ສຄອ ແຫ່ງຊາດລ່ວ ທ່ານ ສັງຄົມ ຈັນສຸກ ປະທານ ສຄອ ນວ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງສີສັດຕະນາກ ແລະ ປະທານ ສຄອ ນວ ວ່າດ້ວຍ ການສ້າງຕັ້ງ ສຄອ ເມືອງສີສັດຕະນາກ ແລະ ຮັບຮອງເອົາຄະນະຜູ້ບໍລິຫານ ສຄອ ເມືອງ ແລະ ສະມາຊິກ ສຄອ ເມືອງ ເພື່ອປະກອບສ່ວນເຄື່ອນໄຫວຕາມຂໍ້ກຳນົດ ກົດລະບຽບ ແລະ ກົດໝາຍ ໃນການເຜີຍແຜ່ ກ່ຽວກັບບົດບາດ ສິດ ໜ້າທີ່ ແລະ ຈຸດປະສົງ ເປັນການປຸກລະດົມຂົນຂວາຍເຕົ້າໂຮມ ບັນດາຫົວໜ່ວຍທຸລະກິດ ເປັນຕົວແທນພາກທຸລະກິດ ສະເໜີຄວາມຄິດເຫັນຕໍ່ອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ກ່ຽວກັບການສ້າງ ແລະ ການປັບປຸງບັນດາກົດໝາຍ ຂໍ້ກຳນົດກົດລະບຽບຕ່າງໆທີ່ກ່ຽວຂ້ອງກັບບັນດາຂົງເຂດທຸລະກິດ.
ເພື່ອບັນລຸຕາມຈຸດປະສົງດັງກ່າວ ຈຶ່ງໄດ້ມີການສ້າງຕັ້ງ ສຄອ ເມືອງຂຶ້ນ ເຊິ່ງປະກອບມີ 13 ທ່ານ ໃນນັ້ນ ມີທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການບໍລິສັດ ກຣິດຕິພົງກຣຸບ ຈຳກັດ ເປັນປະ ທານ ສຄອ ເມືອງສີສັດຕະນາກ ພ້ອມດ້ວຍຮອງປະທານ 4 ທ່ານ ມີທ່ານ ປອ ປະສິດທິຜົນ ພອນວັນທາ ຜູ້ອຳນວຍການໂຮງຮຽນນານາຊາດ ທ່ານນາງ ສິລິຄູນ ພູມລາວັນ ໂຮງງານນ້ຳດື່ມໂອວີ ທ່ານ ນາງ ນີລະວັນ ວິຣະຖາວອນ ຜູ່ອຳນວຍການໂຮງຮຽນວິຣະຖາວອນ ແລະ ຄະນະອີກຈຳນວນ 7 ທ່ານ ພ້ອມດຽວກັນນັ້ນ ກໍຮັບຮອງເອົາສະມາຊິກ ສຄອ ເມືອງອີກຈຳນວນ 17 ທ່ານ (ຫົວໜ່ວຍຜູ້ປະກອບການທຸລະກິດ) ເພື່ອປະກອບເຂົ້າໃນ ສຄອ ເມືອງສີສັດຕະນາກ.
.# ຂ່າວ – ພາບ : ບຸນມີ