ຊາວພຸດທະສາສະນິກະຊົນ ຖວາຍເພີງສົບພະອາຈານໃຫຍ່ ທອງຄໍາ ພົມມະຮັກສາ

    ພະອາຈານໃຫຍ່ ທອງຄໍາ ພົມມະຮັກສາ ອະດີດກໍາມະການສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ) ກໍາມະການ ອພສ ນະຄອນຫຼວງວຽງຈັນ (ນວ) ປະທານ ອພສ ເມືອງສີສັດຕະນາກ ຜູ້ອໍານວຍການໂຮງຮຽນມັດທະຍົມຕອນປາຍ ໂສກປ່າຫຼວງ ອະດີດເຈົ້າອະທິການວັດໂພນສະຫວັນ (ສາລາແດງ) ເມືອງສີສັດຕະນາກ ໄດ້ມໍລະນະພາບວັນທີ 13 ພຶດສະພາ 2022 ເວລາ 13:09 ໂມງ ລວມອາຍຸໄດ້ 75 ປີ 53 ພັນສາ ວັນທີ 12 ມິຖຸນາ 2022 ໄດ້ຖວາຍເພີງສົບທີ່ວັດດັ່ງກ່າວ ມີຄະນະ ອພສ ສູນກາງ ນວ ເມືອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ພ້ອມດ້ວຍການນໍາພັກ-ລັດ ສິດ-ສານຸສິດ ແລະ ຊາວພຸດທະສາສະນິກະຊົນເຂົ້າຮ່ວມເປັນຈໍານວນຫຼາຍ.

    ທ່ານ ທິນນະກອນ ທອງຄໍາ ຮັກສາການເຈົ້າເມືອງສີສັດຕະນາກ ໄດ້ຜ່ານບົດສະດຸດີວ່າ: ພະອາຈານໃຫຍ່ ທອງຄຳ ພົມມະຮັກສາ ເປັນພະເຖລາຜູ້ໃຫຍ່ອົງໜຶ່ງ ທີ່ມີຈິດໃຈເຫຼື້ອມໃສ ສັດທາໃນບົວວອນພຸດທະສາສະໜາ ເຊິ່ງເພີ່ນໄດ້ອຸທິດຕົນເຂົ້າບວດເປັນພິຂຸໃນບໍວອນພຸດທະສາສະໜາແຕ່ອາຍຸຍັງເຍົາໄວ ໄດ້ສຶກສາຮ່ຳຮຽນບົດທຳຄຳສອນ ປະພຶດ ປະຕິບັດຕົນຈົນກາຍເປັນພະມະຫາເຖລາທີ່ສຳຄັນອົງໜຶ່ງຂອງພຸດທະສາສະໜາສຳພັນລາວ ພະອາຈານໃຫຍ່ ນອກຈາກການເຝິກຝົນຮ່ຳຮຽນແລ້ວ ພະອາຈານຍັງໄດ້ປະກອບສ່ວນຜົນງານຢ່າງຫຼວງຫຼາຍໃຫ້ກັບສັງຄົມ ຕໍ່ອົງການພຸດທະສາສະໜາສຳພັນລາວ ກໍຄືການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມນັ້ນ ຍັງເປັນພະເຖລາອົງໜຶ່ງທີ່ມີນໍ້າໃຈ ແລະ ຄວາມເສຍສະຫຼະສູງ ເພື່ອອົງການພຸດທະສາສະໜາສຳພັນລາວ ຕໍ່ສາສະນິກະຊົນລາວບັນດາເຜົ່າ ແລະ ເພີ່ນເປັນຜູ້ມີຄວາມຮູ້ຄວາມສາມາດໃນຫຼາຍດ້ານ ທັງເປັນຜູ້ມີຄວາມກ້າຫານ ກ້າສະແດງຄວາມຄິດເຫັນຂອງຕົນ ໂດຍສະເພາະ ການປັບປຸງ-ປ່ຽນແປງ ການບໍລິຫານງານຂອງອົງການພຸດທະສາສະໜາສໍາພັນລາວ ກໍຄືການປະສານສົມທົບກັບອົງການປົກຄອງ-ອົງການຈັດຕັ້ງຕ່າງໆຂອງພັກ-ລັດ ອັນທີ່ພົ້ນເດັ່ນ ແມ່ນເພິ່ນໄດ້ມີການຈັດຕັ້ງການເຄື່ອນໄຫວໃນການສຶກສາອົບຮົມໃຫ້ຊາວໜຸ່ມ-ໄວໜຸ່ມ ເຍົາວະຊົນ ຮູ້ໄດ້ກ່ຽວກັບຜົນຮ້າຍຂອງຢາເສບຕິດ ແລະ ອະບາຍຍາມຸກຕ່າງໆ ໂດຍການປະສົມ-ປະສານນຳເອົາຫຼັກສິນທຳ ແລະ ຈະລິຍະທຳທາງພຸດທະສາສະໜາ ມາສຶກສາອົບຮົມໃຫ້ຮັບຮູ້ຄຸນຄ່າ ຂອງຄວາມເປັນມະນຸດ ຕໍ່ການດຳລົງຊີວິດຢ່າງຖືກຕ້ອງຢູ່ໃນສັງຄົມ ນອກຈາກນີ້ ເພີ່ນຍັງໄດ້ປະຕິບັດຕົນເປັນແບບຢ່າງໃຫ້ແກ່ພະສົງ-ສາມະເນນ ສິດສານຸສິດ ແລະ ອອກຕົນຍາດໂຍມ ໃນການປະຕິບັດກິດຂອງສົງຢ່າງເຄັ່ງ ຄັດເລື້ອຍມາ ສະແດງອອກ ເພິ່ນໄດ້ຮັບການຍ້ອງຍໍສັນລະເສີນດັ່ງນີ້: ຫຼຽນກາລະນຶກ 60 ປີ ແລະ 70 ປີ ຈາກສູນກາງແນວລາວສ້າງຊາດ ໃບຍ້ອງຍໍຄະນະກໍາມະການເລືອກຕັ້ງລະດັບຊາດ 1 ໃບ ໃບຍ້ອງຍໍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ 6 ໃບ ໃບຍ້ອງຍໍຫົວໜ້າຄະນະສຶກສາສົງສູນກາງ 3 ໃບ ແລະ ໃບຍ້ອງຍໍຈາກພາກສ່ວນອື່ນໆອີກເປັນຈໍານວນຫຼາຍ.

    ການມໍລະນະພາບຂອງພະອາຈານໃຫຍ່ ທອງດຳ ພົມມະຮັກສາ ໃນຄັ້ງນີ້ ພວກເຮົາຖືໄດ້ວ່າເປັນການສູນເສຍ ພະມະຫາເຖລາຜູ້ໃຫຍ່ທີ່ເຄັ່ງຄັດຂອງອົງການພຸດທະສາສະໜາສຳພັນລາວ ແລະ ບຸຄະລາກອນສົງຜູ້ຫ້າວຫັນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາໄປ ການມໍລະນະພາບດັ່ງກ່າວ ໄດ້ເຮັດໃຫ້ມີຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ່ງ ຂອງ ອພສ ຕະຫຼອດຮອດການຈັດຕັ້ງ ພະສົງ-ສາມະເນນ ສິດ ສານຸສິດ ສາສະນິກກະຊົນ ແລະ ຍາດຕິພີ່ນ້ອງຢ່າງກວ້າງຂວາງ ພະອາຈານໃຫຍ່ໄດ້ຈາກພວກເຮົາໄປສູ່ປາລະໂລກເບື້ອງໜ້າຢ່າງບໍ່ມີວັນຈະກັບຄືນມາອີກແລ້ວ ແຕ່ກຽດສື່ສຽງ ແລະ ຜົນງານອະເນກອະນັນ ຂອງເພິ່ນຍັງໄດ້ຕິດພັນຢູ່ກັບພາລະໜ້າທີ່ ອົງການພຸດທະສາສະໜາສຳພັນລາວ ອົງການຈັດຕັ້ງພັກ-ລັດ ອົງການແນວລາວສ້າງຊາດ ແລະ ສິດ ສານຸສິດ ຈະຂໍຈົດຈໍາເອົາຄຸນງາມຄວາມດີ ອັນບໍລິສຸດຜຸດຜ່ອງຂອງພະອາຈານໃຫຍ່ໄວ້ໃນຄວາມຊົງຈໍາຂອງພວກເຮົາຕະຫຼອດໄປ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!