ໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບເຄື່ອງຊ່ວຍເຫຼືອເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ທີ່ມີຄວາມທຸກຍາກຂາດເຂີນ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ວັນທີ 12 ມິຖຸນາ 2022 ທີ່ວັດສິຣິມຸງຄຸນ ໄຊສົມບູນເກົ່າ ອົງການປົກຄອງເມືອງໄຊທານີ ແລະ ປະຊາຊົນບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫຼືອປະເພດ ເກືອປຸງແຕ່ງອາຫານ ຜ້າຫົ່ມ ເສື່ອນອນ ແລະ ເຄື່ອງນຸ່ງຫົ່ມ ໃຫ້ໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນບ້ານ ຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງຄອບຄົວການນໍາ ແລະ ພາກທຸລະກິດ ຕາງໜ້າມອບຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ກ່າວຮັບຂອງທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ປະທານກິດຕິມະສັກ ໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບ້ານຜາລະແວກ ເມືອງຮົ່ມ ແຂວງ ໄຊສົມບູນ ລະຫວ່າງຄອບຄົວການນໍາ ແລະ ພາກທຸລະກິດ ມີພະເຖລານຸເຖຣະ ພ້ອມດ້ວຍພາກທຸລະກິດ ແລະ ຜູ້ກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ມອບຄັ້ງນີ້ ໂຄງການຈິດອາສາ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ລະຫວ່າງຄອບຄົວການນໍາ ແລະ ພາກທຸລະກິດ ຈະນໍາໄປມອບໃຫ້ກັບປະຊາຊົນບ້ານຜາລະແວກໃຫ້ທົ່ວເຖິງໃນໄວໆນີ້.
# ຂ່າວ – ພາບ : ຂັນທະວີ