ພະແນກບໍລິຫານ ວິທະຍາຄານກົມມະດຳ ອອກແຮງງານຕາມເຂດຮັບຜິດຊອບຂອງຕົນ

    ພະນັກງານ-ນັກຮົບພະແນກບໍລິຫານ ວິທະຍາຄານກົມມະດຳ ນຳພາໂດຍທ່ານ ພັນໂທ ຄຳໜັ້ນ ຄຳບຸນມີ ຫົວໜ້າພະແນກບໍລິຫານຫ້ອງການ-ບໍລິຫານ ວິທະຍາຄານກົມມະດຳ ໄດ້ນຳອ້າຍນ້ອງອອກແຮງງານລວມອະນາໄມໜອງປາຂອງໜ່ວຍພັກບໍລິຫານຕາມຂອບເຂດຮັບຜິດຊອບຂອງຕົນ ໃນວັນທີ 10 ມິຖຸນາ 2022 ທີ່ຜ່ານມາ.

    ທ່ານ ພັນໂທ ຄຳໜັ້ນ ຄຳບຸນມີ ກ່າວວ່າ: ການອອກແຮງງານຄັ້ງນີ້ ບັນດາພະນັກງານ-ນັກຮົບ ໄດ້ພ້ອມກັນຕັດຫຍ້າ ຖາງປ່າຫຍ້າຂ່າທີ່ຮົກເຮື້ອເລາະລຽບຕາມແຄມໜອງປາ ແລະ ສວນກ້ວຍ ໃຫ້ມີຄວາມສະອາດງາມຕາໃນໄລຍະລະດູຝົນຕົກ ເພື່ອເຮັດໃຫ້ຂອບເຂດຮັບຜິດຊອບໜອງປາຂອງກົມກອງເປີດແປນ ສະດວກໄປ-ມາ ການອອກແຮງງານຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດຟົດຟຶ້ນ ແລະ ຄວາມສາມັກຄີພາຍໃນກົມກອງ

# ຂ່າວ – ພາບ : ວິທະຍາຄານກົມມະດໍາ

error: Content is protected !!