6 ເດືອນຕົ້ນປີ ເສດຖະກິດລາວຂະຫຍາຍຕົວ 4,3%

    ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຜົນການຈັດປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX  ໃນວັນທີ 13 ມິຖຸນາ 2022 ວ່າ:

    ​ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ  ໃນໄລຍະ 6 ເດືອນຕົ້ນປີ ຂອງປີ 2022 GDP ຂະຫຍາຍຕົວ 4,3% ຄິດໄລ່ເປັນມູນຄ່າ ເທົ່າກັບ 95.212 ຕື້ກີບ ເທົ່າກັບ 49,6% ຂອງແຜນການ ຂະແໜງຕົ້ນຕໍທີ່ຍັງຊຸກຍູ້ໃຫ້ GDP ຂະຫຍາຍຕົວຄືດັ່ງກ່າວ ເປັນຕົ້ນ ຂະແໜງກະສິກຳ-ປ່າໄມ້ ໄດ້ສືບຕໍ່ຂະຫຍາຍຕົວ 2,2% ໃນແຜນ (2,7%) ໃນນີ້ ການຜະລິດເຂົ້ານາແຊງ ໄດ້ລື່ນແຜນ 2,94% ການຜະລິດຊີ້ນໄຂ່ ແລະ ປາ ເທົ່າກັບ 50% ຂອງແຜນການ ການສົ່ງອອກຜະລິດຕະພັນກະສິກຳ ເທົ່າກັບ 66,05% ຂອງແຜນການ ສົ່ງອອກພືດ ເທົ່າກັບ 67,8% ຂອງແຜນການ ແລະ ສົ່ງອອກສັດລ້ຽງ ເທົ່າກັບ46,74% ຂອງແຜນການ ຂະແໜງອຸດສາຫະກຳ 5,1% ໃນແຜນການ 5,3% ສາມາດຜະລິດກະແສໄຟຟ້າ ໄດ້ 21.431 ລ້ານກິໂລວັດໂມງ ເທົ່າກັບ 55,86% ຂອງແຜນການ ມູນການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ເທົ່າກັບ 51,38% ຂອງແຜນການ ມູນຄ່າການຈໍລະຈອນສິນຄ້າມີ 36.393 ຕື້ກີບ ເທົ່າກັບ 53,65% ຂອງແຜນການ ມູນຄ່າການສົ່ງອອກ-ນຳເຂົ້າ ປະຕິບັດໄດ້ 7.280 ລ້ານໂດລາສະຫະລັດ ເທົ່າກັບ 53,33% ຂອງແຜນການ ຂະແໜງການບໍລິການໄດ້ຂະຫຍາຍຕົວ 4,2% ແຜນການ 4,5% ໃນນີ້ ການສົ່ງເສີມລາວທ່ຽວລາວ ເຊິ່ງເຮັດໃຫ້ມີນັກທ່ອງທ່ຽວພາຍໃນ 463.907 ເທື່ອຄົນ ເທົ່າກັບ 43,52% ຂອງແຜນການ ການຂົນສົ່ງສິນຄ້າ ເທົ່າກັບ 63,31% ຂອງແຜນການ ແລະ ການຂົນສົ່ງໂດຍສານ ເທົ່າກັບ 61,33% ຂອງແຜນການ ຂະແໜງພາສີອາກອນຂະຫຍາຍຕົວ 4,3% ແຜນການ 4% ແລະ ປະກອບສ່ວນເຂົ້າການຂະຫຍາຍຕົວ 0,4%  ດ້ານງົບປະມານ ສາມາດເກັບລາຍຮັບທັງໝົດໄດ້ 10.633,89 ຕື້ກີບ ເທົ່າກັບ 33,66% ເພີ່ມຂຶ້ນ 23,7% ຫຼື ເທົ່າກັບ 2.037,36 ຕື້ກີບ ແລະ ລາຍຈ່າຍທັງໝົດໄດ້ 8.849,47 ຕື້ກີບ ເທົ່າກັບ 27,24% ຂອງແຜນການ ດ້ານເງິນຕາ ປະລິມານເງິນ M2 ສືບຕໍ່ຂະຫຍາຍຕົວໃນລະດັບ 18,39% ທຽບໃສ່ໄລຍະດຽວຂອງປີຜ່ານມາ  ແຕ່ຖ້າລວມປັດໄຈການປ່ຽນແປງດ້ານອັດຕາແລກປ່ຽນ ແມ່ນຂະຫຍາຍຕົວ 40,75% ທຽບໃສ່ໄລຍະດຽວຂອງປີຜ່ານມາ ອັດຕາແລກປ່ຽນ (ທຽບໃສ່ທ້າຍປີ 2021) ເງິນກີບທຽບເງິນໂດລາ ອ່ອນຄ່າ 7,79% ແລະ ທຽບເງິນບາດ ອ່ອນຄ່າ 8,43% ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ສະເລ່ຍຢູ່ໃນລະດັບ 9,01% ສໍາລັບອັດຕາເງິນກີບທຽບເງິນໂດລາ ແລະ ຢູ່ໃນລະດັບ 2,94% ສຳລັບອັດຕາເງິນກີບທຽບໃສ່ເງິນບາດ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຢູ່ໃນລະດັບ 9% ຄັງສຳຮອງເງິນຕາຕ່າງປະເທດ ຮອດທ້າຍເດືອນພຶດສະພາ ສາມາດກຸ້ມການນຳເຂົ້າໄດ້ 4,17 ເດືອນ ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດກວມເອົາ 82,36% ຂອງ GDP ຍອດເຫຼືອສິນເຊື່ອຂອງຂະແໜງການທະນາຄານກວມເອົາ 54,85% ຂອງ GDP ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນຂອງທະນາຄານທຸລະກິດ (NPLs) ຢູ່ໃນລະດັບ 2,22%

     ດ້ານການລົງທຶນ ການລົງທຶນຈາກງົບປະມານລັດ ໃນປີ 2022 ໄດ້ຮັບການອະນຸມັດທັງໝົດ3.950 ຕື້ກີບ (ມະຕິສະພາ) ເຊິ່ງສ່ວນໃຫຍ່ແມ່ນໂຄງການສືບຕໍ່ ແລະ ໂຄງການໜີ້ສິນ ປັດຈຸບັນແມ່ນພວມດຳເນີນຕາມຂັ້ນຕອນທີ່ກໍານົດໄວ້ ສໍາລັບໂຄງການສະເໜີໃໝ່ ສ່ວນຫຼາຍແມ່ນກຳລັງຈັດຕັ້ງປະຕິບັດ ແລະ ຢູ່ໃນຂັ້ນຕອນການກະກຽມເອກະສານຕາມລະບຽບການກຳນົດ ການຊ່ວຍເຫຼືອທາງການເພື່ອການພັດທະນາ ມີ 162,04 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 1.677,06 ຕື້ກີບ ເທົ່າກັບ 24,84% ຂອງແຜນການ ໃນນີ້ ການຊ່ວຍເຫຼືອລ້າ 666,08 ຕື້ກີບ ເທົ່າກັບ 27,07% ຂອງແຜນການ ແລະ ການກູ້ຢືມ 1.010,98 ຕື້ກີບ ເທົ່າກັບ 23,56% ຂອງແຜນການ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ແມ່ນສາມາດອະນຸມັດການລົງທຶນທັງໝົດ 88.370,53 ຕື້ກີບ, ໃນນີ້ ມີທຶນນຳເຂົ້າຕົວຈິງ21.864,87 ຕື້ກີບ ເທົ່າກັບ 74% ຂອງແຜນການ.

# ຂ່າວ – ພາບ : ລັດເວລາ

error: Content is protected !!