ພິທີປິດຊຸດເຝິກອົບຮົມການປະເດິດແຕ່ງບົດປະພັນວັນນະຄະດີ ປະຈໍາປີ 2001 ຈັດຂຶ້ນວັນທີ 12 ມິຖຸນາ 2022 ທີ່ກົມວັນນະຄະດີ ແລະ ພີມຈຳໜ່າຍ (ຄຸ້ມສີເມືອງ) ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເຊິ່ງຊຸດເຝິກອົບຮົມຄັ້ງນີ້ ໂດຍເປັນປະທານ0v’ທ່ານ ປອ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສີລະປະ-ວັດທະນະທຳ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີທ່ານຫົວໜ້າກົມວັນນະຄະດີ ແລະ ພີມຈຳໜ່າຍ ພະສົງສາມະເນນ ຜູ້ຊົງຄຸນວຸດທິ ວິທະຍາກອນ ແຂກຖືກເຊິນ ແລະ ນັກສຳມະນາກອນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.
ການເຝິກອົບຮົມຊຸດນີ້ ຈັດຂຶ້ນວັນທີ 21 ພຶດສະພາ ຫາ 12 ມິຖຸນາ 2022 ໃຊ້ເວລາ 4 ອາທິດ (8 ວັນ) ໂດຍຖືເອົາວັນເສົາ ແລະ ວັນອາທິດເປັນມື້ເຄື່ອນໄຫວອົບຮົມ ເພື່ອສ້າງໂອກາດໃຫ້ບັນດາຊາວໜຸ່ມ ນັກຮຽນ ນັກສຶກສາ ແລະ ຜູ້ທີ່ມີຄວາມສົນໃຈໃນການປະດິດແຕ່ງບົດປະພັນວັນນະຄະດີ ໄດ້ນໍາໃຊ້ເວລາວ່າງ ເພື່ອຮຽນຮູ້ເຝິກຝົນເພື່ອເສີມຂະຫຍາຍ ແລະ ພັດທະນາພອນສະຫວັນທີ່ບົ່ມຊ້ອນຂອງຕົນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 36 ຄົນ ຍິງ 15 ຄົນ ວິຊາທີ່ນໍາມາເຝິກອົບຮົມຄັ້ງນີ້ ປະກອບມີ ການປະດິດແຕ່ງນະວະນິຍາຍ (ເລື່ອງຍາວ) ແຕ່ງເລື່ອງສັ້ນ ແລະ ແຕ່ງກາບກອນ (ກະວີ) ແລະ ແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມປະດິດແຕ່ງເລື່ອງສັ້ນ ກຸ່ມປະດິດແຕ່ງເລື່ອງຍາວ (ນະວະນິຍາຍ) ແລະ ກຸ່ມປະດິດແຕ່ງກະວີ (ກາບກອນ).
ນອກຈາກ 3 ວິຊາຫຼັກນີ້ແລ້ວ ຄະນະຮັບຜິດຊອບໂຄງການເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ຍັງໄດ້ເຊີນເອົາວິທະຍາກອນຜູ້ທີ່ຄວາມຮູ້ ຄວາມສາມາດ ມີປະສົບການກ່ຽວກັບວຽກງານວັນນະຄະດີ ແລະ ພິມຈໍາໜ່າຍ ຂຶ້ນຫ້ອງປາຖະກາຖາໃນຫົວຂໍ້ຕ່າງໆຕື່ມອີກ.
ໃນໄລຍະ 8 ວັນຂອງການອົບຮົມ ສໍາມະນາກອນສາມາດຮຽນຮູ້ກ່ຽວກັບວິທີຂຽນເລື່ອງສັ້ນ ເລື່ອງ ຍາວ ຫຼື ນະວະນິຍາຍ ເຊັ່ນ: ຂໍ້ຄິດສ້າງເລື່ອງ ຫົວເລື່ອງ ການວາງໂຄງເລື່ອງ ການສ້າງຂອດ ສ້າງກະທູ້ແນວ ຄິດເລື່ອງ ການມະໂນພາບ ແລະ ບັນຍາກາດ ການຕັ້ງຊື່ຕົວລະຄອນ ການຈັດຕົວລະຄອນ ແລະ ການໃຫ້ບົດບາດ ການບັນຍາຍເລື່ອງ ພາສາ ບົດສົນທະນາຂອງຕົວລະຄອນ ແລະ ບັນດາເຕັກ ນິກສຳຄັນຕ່າງໆ.
# ຂ່າວ – ພາບ : ບຸນມີ