ສະຫາຍ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ ປະທານກວດກາພັກ-ລັດ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກວດກາພັກ-ລັດ ແລະ ກົມກວດກາ ສູນກາງແນວລາວສ້າງຊາດ ໄດ້ລົງຕິດຕາມ ກວດກາການເຄື່ອນໄຫວວຽກງານພັກ-ວຽກງານລັດ ຕິດພັນກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກກົມໂຄສະນາ ສູນກາງແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມມີສະຫາຍ ນາງ ແພງພັນ ບຸບຜາພອນ ຄະນະພັກ ເລຂາໜ່ວຍພັກ ຫົວໜ້າກົມໂຄສະນາສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໜ່ວຍພັກ ສະມາຊິກພັກ-ພະນັກງານລັດຖະກອນພາຍໃນກົມໂຄສະນາເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 10 ມິຖຸນາ 2022.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍພັກປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນບາງວຽກງານທີ່ພົ້ນເດັ່ນ ຄື: ວຽກງານນຳພາດ້ານການເມືອງ-ແນວຄິດ ວຽກງານກໍ່ສ້າງພັກ-ພະນັກງານ ວຽກງານນຳພາອົງການຈັດຕັ້ງມະຫາຊົນ ນຳພາວຽກງານປ້ອງກັນພັກ-ພະນັກງານ ແລະ ປ້ອງກັນຄວາມສະຫງົບ ນໍາພາວຽກງານວິຊາສະເພາະ ແລະ ພ້ອມທັງໄດ້ຍົກໃຫ້ເຫັນບັນຫາຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ.
ພ້ອມກັນນັ້ນ ບັນດາສະຫາຍໄດ້ປະກອບຄຳຄິດຄຳເຫັນແລກປ່ຽນຕໍ່ບັນດາເນື້ອໃນເອກະສານຢ່າງກົງໄປກົງມາ ສະຫາຍຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງໜ່ວຍພັກກົມໂຄສະນາໃນໄລຍະຜ່ານມາ ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ແລະ ສະຫາຍໄດ້ມີບາງຄຳເຫັນເນັ້ນຕື່ມວ່າ: ໃຫ້ສືບຕໍ່ຊີ້ນຳ-ນຳພາສະມາຊິກພັກ-ພະນັກງານພາຍໃນໜ່ວຍຕົນ ສຶກສາຄົ້ນຄວ້າບັນດາແຜນງານ ໂຄງການ ກິດຈະກຳຕ່າງ ແລະ ແຜນພັດທະນາຂອງແນວລາວສ້າງຊາດໃຫ້ເປັນແຜນງານລະອຽດ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໃຫ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມກົດລະບຽບຂອງພັກ-ລັດ ເພື່ອສາມາດກຳແໜ້ນບັນດາເນື້ອໃນທີ່ສຳຄັນ ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານ ແລະ ເອົາໃຈໃສ່ຕໍ່ວຽກງານຕິດຕາມກວດກາຂອງກົມ ເປັນຕົ້ນແມ່ນໃຫ້ຖືສຳຄັນໃນການຕຳນິຕິຊົມ ສ່ອງແສງລາຍງານໃຫ້ເປັນປົກກະຕິ ເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ.
# ຂ່າວ – ພາບ : ສນຊ