ຄົ້ນຄວ້າ-ຮອງຮັບຂໍ້ກຳນົດວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມການທະຫານ

    ວິທະຍາຄານກົມມະດຳ ໄດ້ໄຂກອງປະຊຸມສະພາວິທະຍາສາດຂັ້ນວິທະຍາຄານ ເພື່ອຄົ້ນຄວ້າ ແລະ ຮອງຮັບຂໍ້ກຳນົດວ່າດ້ວຍການຄຸ້ມຄອງສິ່ງແວດລອ້ມການທະຫານຂອງວິທະຍາຄານ ຂຶ້ນວັນທີ 10 ມິຖຸນາ 2022 ຜ່ານມາ ໂດຍການເປັນປະທານຂອງສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ປະທານສະພາວິທະຍາສາດ ວິທະຍາຄານກົມມະດຳ ມີສະມາຊິກສະພາວິທະຍາສາດ ແລະ ຄະນະຫ້ອງ ກອງພັນຂົ້າຮ່ວມ.

    ສະຫາຍ ພັນໂທ ວິໄຊ ຈັນທະລາ ວິຊາການວິທະຍາຄານກົມມະດຳ ໄດ້ຂຶ້ນຜ່ານປື້ມຂໍ້ກຳນົດວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມການທະຫານ ເພື່ອໃຫ້ບັນດາສະມາຊິກສະພາ ຄະນະຫ້ອງ ກອງພັນ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຕິດຕາມທາງດ້ານເນື້ອໃນເອກະສານ ແລະ ຈາກນັ້ນ ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປຽ່ນກັນຂຶ້ນປະປະກອບຄຳຄິດ-ຄຳເຫັນ ແລະ ຄົ້ນຄ້ວາ ປຶກສາຫາລື ສົນທະນາແລກປ່ຽນດ້ານເນື້ອໃນເອກກະສານ ແລະ ຄົ້ນຄວ້າຮຽບຮຽງ ກວດແກ້ໃນການຈັດພິມ ເພື່ອປັບປຸງເຮັດໃຫ້ປື້ມຂໍ້ກຳນົດວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມການທະຫານ ໃຫ້ມີຄວາມສົມບູນ ແລະ ມີເນື້ອໃນອັນຄົບຖ້ວນ ເພື່ອສ້າງເປັນປື້ມຄູ່ມືໃນການຮຽນ-ການສອນໃຫ້ແກ່ນັກຮຽນ ນັກສຶກສາ ແລະ ທັງເປັນການປູກຈິດສຳນຶກໃຫ້ແກ່ພະນັກງານ-ນັກຮົບ ໃຫ້ຮັບຮູ້ ແລະ ເຊື່ມຊືມຕໍ່ບັນດາປື້ມດັ່ງກ່າວ ຜ່ານການຄົ້ນຄວ້າ ແລະ ປຶກສາຫາລື ໃນການກວດແກ້ ແມ່ນໄດ້ເຮັດໃຫ້ເນື້ອໃນຂອງປື້ມມີຄວາມສົມບູນ ຄົບຖ້ວນ ແລະ ໄດ້ເອກະພາບ ຈາກກອງປະຊຸມສະພາວິທະຍາສາດ ວິທະຍາຄານກົມມະດຳ.

   ໂອກາດດັ່ງກ່າວ ສະຫາຍ ພັນເອກ ບົວໄລ ສີລັກສາ ປະທານກອງປະຊຸມ ກໍໄດ້ໃຫ້ກຽດຂຶ້ນໂອ້ລົມ ເຊິ່ງສະຫາຍໄດ້ເນັ້ນໜັກເຖິງຄະນະພັກ-ຄະນະບັນຊາ ຄະນະວິຊາການ ຮັບຜິດຊອບດ້ານເນື້ອໃນ ແລະ ການຈັດພິມ ຈົ່ງພ້ອມກັນນຳເອົາບັນດາເນື້ອໃນຈາກການຄົ້ນຄວ້າເຫັນດີເປັນເອກະພາບ ຈາກສະພາວິທະຍາສາດ ໄປປັບປຸງໃສ່ປື້ມໃຫ້ມີຄວາມສົມບູນຄົບຖ້ວນ ເພື່ອນຳໄປເຂົ້າໃນຕຳລາການຮຽນ-ການສອນ ໃຫ້ນັກຮຽນ-ນັກສຶກສາ ແລະ ໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ ເຊື່ອມຊືືມ ພ້ອມກັນປະຕິບັດຢ່າງເຂັ້ມງວດ.

# ຂ່າວ – ພາບ : ວິທະຍາຄານກົມມະດໍາ

error: Content is protected !!