ປະທານບໍລິສັດ Ecoglobal Holdings Limited ເຂົ້າຢ້ຽມຄໍານັບຮອງນາຍົກລັດຖະມົນຕີ

    ວັນທີ 10 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ Jean Philippe Henry ປະທານບໍລິສັດ Ecoglobal Holdings Limited ພ້ອມດ້ວຍຄະນະ.

    ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ບໍລິສັດ ກໍຄືມູນນິທິ Ecoglobal ທີ່ໄດ້ຈັດຕັ້ງປະຕິບັດໂຄງການບຳບັດນໍ້າເປື້ອນຢູ່ນະຄອນຫຼວງພະບາງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງແຂວງຫຼວງພະບາງ ແລະ ນະຄອນປາຣີ ໂດຍໄດ້ຮັບການສະໜອງທຶນຈາກອົງການສຸຂາພິບານ ນະຄອນປາຣີ (SIAAP) ມູນນິທິ Ecoglobal ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2020 ຈຸດປະສົງຂອງໂຄງການ ແມ່ນເພື່ອບໍາບັດນໍ້າເປື້ອນຈາກຂຸມອາຈົມໃນຊຸມຊົນໃຫ້ສະອາດ ກ່ອນນໍາມາໝູນໃຊ້ ຫຼືປ່ອຍຄືນສູ່ທໍາມະຊາດ ແນໃສ່ການປົກປັກຮັກສາສິ່ງແວດລ້ອມຂອງຊຸມຊົນ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ສຳລັບການບໍາບັດນໍ້າເປື້ອນ ແມ່ນນໍາໃຊ້ກົນໄກການບໍາບັດດ້ວຍພືດ (phytoremediation) ແລະ ກັ່ນຕອງດ້ວຍແຮ່ທໍາມະຊາດ ບໍ່ນໍາໃຊ້ສານເຄມີ ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ມາຮອດປັດຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວຫຼາຍກວ່າ 90% ແລະ ຄາດວ່າຈະສາມາດເລີ່ມການທົດລອງນໍາໃຊ້ໃນປີ 2022 ນີ້ ພາຍຫຼັງສຳເລັດການກໍ່ສ້າງໂຄງການຢູ່ນະຄອນຫຼວງພະບາງແລ້ວ ກໍຍັງມີຄວາມສົນໃຈຈະປະຕິບັດໂຄງການບຳບັດນ້ຳເປື້ອນຢູ່ບັນດາຕົວເມືອງທີ່ມີພົນລະເມືອງຂ້ອນຂ້າງໜາແໜ້ນ ເປັນຕົ້ນ ນະຄອນປາກເຊ ນະຄອນໄກສອນພົມວິຫານ ແລະ ອື່ນໆ.

    ໃນໂອກາດນີ້ ທ່ານ Jean Philippe Henry ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະໃນຄັ້ງນີ້ ພ້ອມທັງລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຊາບກ່ຽວກັບຄວາມຄືບໜ້າຂອງການພັດທະນາໂຄງການບຳບັດນໍ້າເປື້ອນຢູ່ນະຄອນຫຼວງພະບາງ ແຜນການພັດທະນາໂຄງການຕ່າງໆຢູ່ ສປປ ລາວ ໃນຕໍ່ໜ້າ ລວມທັງຄວາມສາມາດ ແລະ ຄວາມສົນໃຈຂອງບໍລິສັດ Ecoglobal Holdings Limited ຕໍ່ການລົງທຶນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນພັດທະນາເສດຖະກິດ-ສັງຄົມ ຕື່ມອີກ.

# ຂ່າວ – ພາບ : ຊິລິການດາ                 

error: Content is protected !!