ສູນກາງສະຫະພັນແມ່ຍີງລາວ ຮ່ວມກັບຫ້ອງການສະຫະພັນແມ່ຍິງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດໂຄສະນາເຜີແຜ່ເພື່ອປູກຈິດສຳນຶກກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ແລະ ຕ້ານການຄ້າມະນຸດໃຫ້ກັບພະນັກງານ ແລະ ນ້ອງໆຊາວໜຸ່ມ ໄວໜຸ່ມພາຍໃນເມືອງ ຈັດຂຶ້ນວັນທີ 9 ມິຖຸນາ 2022 ທີ່ສະໂມສອນສຳນັກງານປົກຄອງເມືອງ ໂດຍມີທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ທ່ານນາງໄຄ້ສີ ຂິນທະວົງ ປະທານສະຫະພັນແມ່ຍີງເມືອງຫາດຊາຍຟອງ ພ້ອມດ້ວຍນັກວິທະຍາກອນ ນັກບັນຍາຍ ຜູ້ຊຽວຊານ ເຊີ່ງໃຫ້ຄວາມຮູ້ໂດຍກົງທາງດ້ານວຽກງານເພື່ອປົກປ້ອງ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍີງ-ເດັກ ແລະ ຕ້ານການຄ້າມະນຸດ ຈາກສູນກາງສະຫະພັນແມ່ຍິງລາວ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ.

ກິດຈະກໍາດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຖາມຕອບຄຳຖາມເພື່ອແລກປ່ຽນບົດຮຽນໂດຍກົງ ກ່ຽວກັບການບັຍຍາຍອະທິບາຍເພື່ອໃຫ້ຄວາມຮູ້ ແລະ ບົດຮຽນທາງດ້ານຂໍ້ມູນຂ່າວສານ ລະບຽບກົດໝາຍ ເພື່ອເປັນເຄື່ອງໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍພັກ-ລັດ ລັດຖະທຳມະນູນ ກົດໝາຍໃຫ້ເປັນການກະທຳຕົວຈິງ ສູນໃຫ້ຄຳປືກສາປົກປ້ອງແມ່ຍິງ ແລະ ເດັກນ້ອຍ ແມ່ນເຮັດໜ້າທີ່ປົກປ້ອງ ແລະ ສະໜອງການຊ່ວຍເຫຼືອແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນສັງຄົມ ລວມທັງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ຈາກການຄ້າມະນຸດ ແລະ ຈາກການກົດຂີ່ຂູດຮີດທາງເພດ ໜ້າທີ່ຕົ້ນຕໍ ເພື່ອບໍລິການໃຫ້ຄຳປຶກສາແນະນຳດ້ານກົດໝາຍ ດ້ານຈິດໃຈ ແລະ ດ້ານສຸຂະພາບໂດຍບໍ່ເສຍຄ່າແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນຄອບຄົວ ແລະ ສັງຄົມ ຮັບແຈ້ງຄວາມກ່ຽວກັບການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ການຄ້າມະນຸດ ຮັບຄຳສະເໜີຂອງແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນຄອບຄົວ ແລະ ສັງຄົມ ສະໜອງການຊ່ວຍເຫຼືອອັນຈຳເປັນໃນດ້ານຕ່າງໆ ເປັນຕົ້ນ ສະຖານທີ່ພັກເຊົາຊົ່ວຄາວທີ່ປອດໄພ ດ້ານກົດໝາຍ ການແພດການສຶກສາ ເຝິກອົບຮົບວິຊາຊີບ ການກັບຄືນສູ່ຄອບຄົວ ແລະ ສັງຄົມ ພ້ອມທັງເຮັດໜ້າທີ່ບຳບັດຟື້ນຟູດູແລແມ່ຍິງ ແລະ ເດັກຈາກການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວຈາກການຂູດຮີດທາງເພດ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ເດັກນ້ອຍໃນການດຳເນີຄະດີ ຈັດຕັ້ງເຝິກອົບຮົມໂຄສະນາເຜີຍແຜ່ລັດຖະທຳມະນູນ ກົດໝາຍ ແລະ ສົນທິສັນຍາສາກົນທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ ພ້ອມທັງດຳເນີນກິດຈະກຳຕ່າງໆ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍີງໃນຮູບແບຕ່າງໆ ແນໃສ່ສ້າງຮັບຮູ້ເຂົ້າໃຈໃຫ້ກັບນ້ອງນັກຮຽນໄວໜຸ່ມ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍຜູ້ທີ່ມີຄວາມອອ່ນແອ ແລະ ຊ່ວຍເຫຼືອຕົນເອງບໍ່ທັນໄດ້ ແລະ ກໍເປັນສິ່ງທີ່ດີ ທີ່ພວກເຂົາຈະຕ້ອງໄດ້ຮັບການຊ່ວຍເຫຼືອເບິ່ງແຍງ ດັ່ງນັ້ນ ເພື່ອໃຫ້ຮູ້ທັນກັບສະພາບ ແລະ ສາມາດປັບຕົວໄດ້ ມີໄຫວພິບ ແລະ ຕ້ອງມີຄວາມຮູ້ທາງດ້ານກົດໝາຍໃຫ້ຫຼາຍຂຶ້ນ ເພື່ອທີ່ຈະບໍ່ໄດ້ຕົກເປັນທາດຂອງການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ ກໍຄືການກົດຂີ່ຂູດຮີດທາງເພດ.
.
# ຂ່າວ – ພາບ : ຂັນທະວີ