ອະດີດ​ພະ​ນັກ​ງານ​​ການ​ນຳເມືອງ​ຫາດ​ຊາຍ​ຟອງ ຮ່ວມ​ພົບ​ປະ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້ ຮັດ​ແໜ້ນ​ຄວາມສາ​ມັກ​ຄີ​ຮັກ​ແພງ

    ວັນ​ທີ 9 ມິ​ຖຸ​ນາ 2022 ຜ່ານມາ ອະ​ດີດ​ພະ​ນັກ​ງານ​ການ​ນຳ​​ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ຮ່ວມ​ກັນ​ຈັດ​ກິດ​ຈະ​ກຳປູກ​ຕົ້ນ​ໄມ້ ແລະ ແຂ່ງຂັນກີລາ​ເປ​ຕັງ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ໃນ​ເດືອນມິ​ຖຸ​ນາ ຕາມ​ນະ​ໂຍ​ບາຍ​ຂອງ​ພັກ-ລັດວາງ​ອອກ ເພື່ອ​ນຳ​ພາໃຫ້​ລູກ​ຫຼານໄດ້​ຮູ້​ຈັກ​ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ ທັງເປັນການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ຮັກ​ແພງ​ຂອງ​ອະ​ດີດ​ພະ​ນັກ​ງານ​ການນຳ​ອາ​ວຸ​ໂສ ໃນປີ 1975-2022 ຈຳ​ນວນ 21 ທ່ານ ທີ່​ໄດ້​ຮັບ​ກະ​ສຽນ​ເຂົ້າ​ພັກ​ຜ່ອນ​ ແລະ ເນື່ອງ​ຈາກ​ວ່າ​ພວກ​ເພິ່ນໄດ້​ມີ​ການ​ຫ່າງ​ເຫີນ​ກັນ​ໄປ​ເປັນ​ເວ​ລາ​ຫຼາຍ​ປີພໍ​ສົມ​ຄວນ ກໍ​​ເກີດມີ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ກັນ ພ້ອມນັ້ນ ​ເພື່ອ​ເປັນ​ການ​ຫວນ​ຄືນ​ອະ​ດີດ​ໃນ​ສະ​ໄໝ​ທີ່​ໄດ້​ເຮັດ​ວຽກ​ເຮັດ​ງາມ​ຮ່ວມ​ກັນ ​ດັ່ງ​ນັ້ນ ອະ​ດີດ​ການ​ນຳ​ເມືອງ ຈຶ່ງ​ໄດ້​ຮ່ວມ​ກັນ​ຈັດ​ກິດ​ຈະ​ກຳ​ຂຶ້ນໃນ​ເວ​ລາ​ຫວ່າງ ແລະ ເໝາະ​ສົມ ​ເພື່ອ​ພົບ​ໜ້າ​ພໍ້​ຕາ​ກັນ ​ເຊິ່ງງານ​ພົບ​ປະ​ພະ​ນັກ​ງານ​ບຳ​ນານຂອງ​ອະ​ດີດ​ການ​ນຳ​ເມືອງ​ຫາດ​ຊາຍ​ຟອງ ແລະ ອະ​ດີດ​ພະ​ນັກ​ງານ​ການ​ນຳນະ​ຄອນ​ຫຼວງວຽ​ງຈັນ ຢູ່​ທີ່ເຮືອນ​ສວນ​ຂອງທ່ານ ທອ​ງ​ອິນ ອຸ​ປະ​ລະ ພະ​ນັກ​ງານ​ບຳ​ນານ ໄອ​ຍະ​ການເຂດ IV ນະ​ຄອນ​ຫຼວງວຽງ​ຈັນ ບ້ານ​ດົງ​ຄຳ​ຊ້າງ ເມືອງ​ຫາດ​ຊາຍ​ຟອງ ໂດຍ​ມີ ທ່ານ ບຸນ​ທ່ຽງ ຂຸນ​ສີ ອະ​ດີດ​ປະ​ທານ​ແນວ​ລາວ​ສ້າງ​ຊາດນະ​ຄອນ​ຫຼວງວຽງ​ຈັນ ທ່ານ ແກ່ນ ວໍລະ​ສານ ແລະ ທ່ານ ຂັນ​ທະ​ລີ ພານ​ວົງ ອະ​ດີດ​ຮອງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ແລະ ພ້ອມ​ດ້ວຍ​ອະ​ດີດ​ພະ​ນັກ​ງານ​ການ​ນຳ​ເມືອງ ຜູ້​ອື່​ນໆ ແລະ ແຂກ​ທີ່​ເຊີນ​ເຂົ້າ​ຮ່ວມ​ອີກ​ດ້ວຍ.

     ສຳ​ລັບ​ກິດ​ຈະ​ກຳ​ທີ່​ໄດ້​ຈັດ​ຂຶ້ນ ​ມີບັນ​ດາ​ທ່ານ​ອະ​ດີດ​ການ​ນຳ​ໄດ້​ຮ່ວມ​ກັນ​ປູກ​ຕົ້​ນ​ໄມ້​ທີ່​ສວນ​ດັ່ງ​ກ່າວ ໄດ້​ຮ່ວມ​ກິດ​ຈະ​ກຳ​ຕີ​ເປ​ຕັງ ແລະ ຮ່ວມ​ພາ​ເຂົ້າ​ສາ​ມັກ​ຄີ ເພື່ອ​ເປັນ​ການ​ພົບ​ປະສັງ​ສັນ​ ​ຮັກ​ແພງກັນຢ່າງ​ສະ​ໜິດ​ແໜ້ນ ແລະ ​ມີມິດ​ຕະ​​ພາບ​ທີ່​ດີ​ຕໍ່​ກັນ ເພາະ​​ວ່າໃນ​ໄລ​ຍະ​ທີ່​ຜ່ານ​ມາ​ ພວກ​ເພິ່ນ​ກໍ່ເປັນ​ຜູ້​ໜຶ່ງ​ທີ່​ໄດ້​​ເຄີຍ​ຮ່ວມ​ເຮັດ​ວຽກ​​ງານ​ນຳ​ກັນ​ມາ​ຫຼາຍ​ປີ ປະ​ສານ​ສົມ​ທົບ​ກັນຕະ​ຫຼອດ​ມາ ເຄີຍ​ເປັນ​ການ​ນຳ ແລະ ເຮັດ​ໜ້າ​ທີ່ຕາມ​ການມອບ​ໝາຍ​ ​ແບ່ງວຽກ​ແບ່ງ​ງານ​ຂອງ​ການ​ຈັດ​ຕັ້ງ​ຂັ້ນ​ເທີງ​ໄດ້​ເປັນ​ຢ່າງ​ດີ ​ແລະ ມາ​ຮອດ​ປັດ​ຈຸ​ບັນ​ນີ້ ​ກໍ​ຖື​ໄດ້​ວ່າພວກ​ເພີ່ນ​​ແມ່ນ​ໄດ້ປະ​ສົບ​ຜົນ​ສຳ​ເລັດ​ ແລະ ມີ​ໄຊຢ່າງຈົບ​ງາມ.

.# ຂ່າວ – ພາບ: ຂັນທະວີ

error: Content is protected !!