ເພີ່ມສານອາຫານທີ່ສໍາຄັນ ວິຕະມິນ ແລະ ແຮ່ທາດ ໃສ່ໃນເມັດເຂົ້າ

    ເຂົ້າ ເປັນອາຫານຕົ້ນຕໍຂອງ ສປປ ລາວ ແລະ ຍັງມີບົດບາດທີ່ສໍາຄັນໃນການນໍາໃຊ້ເຂົ້າໃນການຕໍ່ຕ້ານການຂາດໂພຊະນາການ ການຂາດຈຸລະສານອາຫານ ຫຼື ການຂາດໂພຊະການແບບເຊື່ອງຊ້ອນ ແມ່ນພົບເຫັນຢູ່ທົ່ວໄປໃນ ສປປ ລາວ ແມ່ນການຂາດວິຕະມິນ ແລະ ແຮ່ທາດ ທີ່ມີຄວາມຈໍາເປັນໃນປະລິມານໃດໜຶ່ງ ທີ່ມີຜົນຕໍ່ການເຕີບໂຕ ແລະ ພັດທະນາຢ່າງສົມບູນ ໂດຍສະເລ່ຍ 40% ຂອງແມ່ຍິງໄວຈະເລີນພັນ ແລະ 44% ຂອງເດັກອາຍຸລຸ່ມ 5 ປີ ມີອາການພະຍາດເລືອດຈາງທີ່ເກີດຈາກການຂາດທາດເຫຼັກ ແຕ່ໃນບາງພື້ນທີ່ໃນທົ່ວປະເທດ ອັດຕາດັ່ງກ່າວແມ່ນມີຄວາມແຕກໂຕນກັນຫຼາຍ ບັນຫາດັ່ງກ່າວ ສາມາດສົ່ງຜົນກະທົບທີ່ແກ່ຍາວ ແລະ ຮຸນແຮງຕໍ່ສຸຂະພາບ ແລະ ການພັດທະນາຂອງເຂົາເຈົ້າໃນຕໍ່ໜ້າ.

    ກອງປະຊຸມເຕົ້າໂຮມຄະນະຮັບຜິດຊອບ ພັດທະນາ ແລະ ສົ່ງເສີມການເພີ່ມວິຕະມິນແຮ່ທາດໃສ່ອາຫານ ໃນການຈັດຕັ້ງປະຕິບັດວຽກງານການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ຈັດຂຶ້ນວັນທີ 10 ມິຖຸນາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຟູມີຊູກູ ໂຕຊູ (Fumitsugu Tosu) ຫົວໜ້າແຜນງານ ຂອງອົງການອາຫານໂລກ ທ່ານ ດຣ ນາງ ພອນສະຫວັນ ແກ້ວນະຄອນ ​ຮັກສາການຫົວໜ້າສູນໂພຊະນາການແຫ່ງຊາດ ກະຊວງສາທາລະນະສຸກ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ກອງປະຊຸມຄະນະຮັບຜິດຊອບພັດທະນາ ແລະ ສົ່ງເສີມການເພີ່ມວິຕະມິນແຮ່ທາດໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ບັນດາຄະນະຜູ້ເຂົ້າຮ່ວມ ໄດ້ມີການປຶກສາຫາລື ກ່ຽວກັບພາລະບົດບາດຂອງຕົນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດຍຸດທະສາດການຈັດຕັ້ງປະຕິບັດການເພີ່ມວິຕະມິນແຮ່ທາດ ການພັດທະນາມາດຕະຖານແຫ່ງຊາດ ໃນການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ແລະ ການສຶກສາຄົ້ນຄົ້ວາ ວິທີການທີ່ຈະຊ່ວຍໃຫ້ເຂົ້າເພີ່ມວິຕະມິນແຮ່ທາດ ໄດ້ຮັບການຍອມຮັບໃນລະດັບດີ ເຊິ່ງຈະສຶກສາໃນຂອບເຂດໂຮງຮຽນ ແລະ ຊຸມຊົນເປົ້າໝາຍ ທີ່ເດັກນ້ອຍນັກຮຽນໄດ້ຮັບເຂົ້າເພີ່ມວິຕະມິນແຮ່ທາດການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ໄດ້ກາຍເປັນບຸລິມະສິດຂອງລັດຖະບານ ສປປ ລາວ ເຊິ່ງແມ່ນໜຶ່ງ ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ຮອດປີ 2025.

# ຂ່າວ – ພາບ : ບຸນມີ

error: Content is protected !!