ພະແນກສະຫະພັນແມ່ຍິງ ວິທະຍາຄານກົມມະດຳ ຈັດຕັ້ງກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ VIII ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ໃນວັນທີ 8 ມິຖຸນາ 2022 ນີ້ ທີ່ສະໂມສອນຂອງວິທະຍາຄານ ເປັນປະທານທ່ານ ພັນໂທ ຄຳໄຊ ອ່ອນມົນແສງ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ມີຄະນະຫ້ອງ ພະແນກການ ຄະນະກອງພັນ ພ້ອມດ້ວຍເອື້ອຍນ້ອງແມ່ຍິງເຂົ້າຮ່ວມ.

ທ່ານ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ໄດ້ຂຶ້ນເຜີຍແຜ່ມະຕິກອງປະຊຸມໃຫຍ່ແມ່ຍິງ ຄັ້ງທີ VIII ຂອງສູນກາງສະຫະພັນແມ່ຍິງລາວ ພ້ອມທັງຜ່ານບົດໂອ້ລົມຂອງພະນະທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ກ່າວຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ຄັ້ງວັນທີ 19 ພະຈິກ 2021 ນອກຈາກນັ້ນ ທ່ານ ພັນໂທ ນາງ ນວນທອງ ຈັນທະພິມ ຫົວໜ້າພະແນກສະຫະພັນແມ່ຍິງ ວິທະຍາ ຄານກົມມະດຳ ໃຫ້ຮູ້ວ່າ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໄດ້ຮັບການຍ້ອງຍໍຈາກຫ້ອງການສະຫະພັນແມ່ຍິງກອງທັບ ວ່າດ້ວຍການຍ້ອງຍໍຜົນງານການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ 18 ໃບ ໃບຍ້ອງຍໍ ຄະນະພັກ-ຄະນະບັນຊາ ວິທະຍາຄານກົມມະດຳ 1 ໃບ ພະແນກສະຫະພັນແມ່ຍິງ ວິທະຍາຄານກົມມະດຳ 1 ໃບ ກົມກອງນຳພາດີເດັ່ນ 8 ກົມກອງ ຮາກຖານແບບຢ່າງມີ 1 ຮາກຖານ ໜ່ວຍ 3 ດີ ມີ 8 ໜ່ວຍ ແມ່ຍິງ 3 ດີ ປະເພດ 1 ມີ 397 ຄົນ ປະເພດ II ມີ 161 ຄົນ ແລະ ສາມາດສ້າງໄດ້ພົນລະເມືອງດີມີ 588 ຄົນ ພັດທະນາດີມີ 558 ຄົນ ສ້າງຄອບຄົວດີ 282 ຄົນ ແລະ ຄອບຄົວຕົວແບບ ມີ 1 ຄອບຄົວ ນອກຈາກນີ້ ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບເພື່ອໃຫ້ມີຄວາມໝາຍຄົບຖ້ວນ.
# ຂ່າວ – ພາບ: ວິທະຍາຄານກົມມະດຳ