ວິທະຍາຄານກົມມະດຳ ໄຂກອງປະຊຸມຖອດຖອນບົດຮຽນໄລຍະທີ 1 ຂອງນັກຮຽນມະຫາວິທະຍາໄລຊຸດທີ 17 ປີ 4 ທີ່ລົງເຝິກຫັດຢູ່ບັນດາຫ້ອງການ ແລະ ກອງພັນ ວັນທີ 8 ມິຖຸນາຜ່ານມາ ເປັນປະທານຂອງທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດຳ ມີຄະນະຫ້ອງການ ກອງພັນ ພະແນກການ ແລະ ຄະນະວິຊາຄູເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ປະຕິບັດຕາມແຜນການຮຽນ-ການສອນຂອງຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ ເພື່ອເປັນການຖອດຖອນບົດຮຽນ ຕີລາຄາປະເມີນຜົນໄດ້ຮັບ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການລົງເຝິກຫັດຂອງນັກຮຽນມະຫາວິທະຍາໄລຊຸດທີ 17 ປີ 4 ເຊິ່ງຄະນະພັກ-ຄະນະບັນຊາ ວິທະຍາຄານກົມມະດຳ ແລະ ຄະນະຫ້ອງກອງພັນ ພະແນກການ ຄູອາຈານ ໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາບັນດານັກຮຽນລົງເຝິກຫັດຢ່າງໃກ້ຊິດ ເຊິ່ງໄດ້ເຮັດໃຫ້ບັນດານັກຮຽນລົງເຝິກຫັດ ເອົາໃຈໃສ່ປະຕິບັດຕາມລະບຽບຂອງກອງທັບ ກໍຄືຂອງກົມກອງ ພ້ອມກັນນຳເອົາບັນດາເນື້ອໃນບົດຮຽນທີ່ໄດ້ຮຽນມາໃນພາກທິດສະດີຫຼັກການ ນຳມາໝູນໃຊ້ເຂົ້າໃນຂົງເຂດວຽກງານ ວິຊາສະເພາະ ໃນການລົງຝຶກຫັດ ໄດ້ສຳເລັດຕາມຄາດໝາຍທີ່ວາງໄວ້ ສຳລັບສະຖານທີ່ລົງເຝິກຫັດ ມີຄື: ກອງພັນທີ 1 ກອງພັນທີ 2 ກອງພັນທີ 3 ກອງພັນທີ 4 ກອງພັນສູນເຝິກກອງຮ້ອຍປ້ອງກັນທີ່ຕັ້ງ ພະແນກສື່ສານ ຄະນະວິຊາຄູວຽກງານພັກ-ວຽກງານການເມືອງ ຄະນະວິຊາຄູທິດສະດີມາກ-ເລນິນ ຄະນະວິຊາຄູຍຸດທະວິທີ ຄະນະວິຊາຄູຍຸດທະສິນ ຄະນະວິຊາຄູວິທີການອົບຮົມ ນອກນັ້ນ ບັນດາຄະນະຫ້ອງ ກອງພັນ ຄູອາຈານ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ ຖອດຖອນບົດຮຽນໃສ່ກອງປະຊຸມຢ່າງກົງໄປກົງມາ.
ຕອນທ້າຍ ທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນໃນຫຼາຍດ້ານ ເປັນຕົ້ນ ໄດ້ເນັ້ນໜັກເຖິງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບໃນໜ້າທີ່ວຽກງານທີຂັ້ນເທິງມອບໝາຍໃຫ້ ເອົາໃຈໃສ່ຊີ້ນຳ-ນຳພາບັນດານັກຮຽນ-ນັກສຶກສາທີ່ລົງເຝິກຫັດ ຈົ່ງພ້ອມກັນປະຕິບັດລະບຽບວິໄນຂອງກອງທັບ ກໍຄືກົມກອງວາງອອກ ເອົາໃຈໃສຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການລົງເຝິກຫັດ ເຮັດໃຫ້ສຳເລັດໜ້າທີ່ຕາມຄາດໝາຍທີ່ກຳນົດໄວ້ໃຫ້ໄດ້ຮັບໝາກຜົນສູງ.
# ຂ່າວ – ພາບ: ວິທະຍາຄານກົມມະດຳ