ກະຊວງ ຜທ ຈັດປາຖະກະຖາວັນສຳຄັນຂອງຊາດ

    ວັນທີ 10 ມິຖຸນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ນະຄອນຫຼວງວຽງຈັນ ໄດ້ຈັດປາຖະກະຖາເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2022 ແລະ ວັນສົນທິສັນຍາວ່າດ້ວຍສິດທິເດັກ ວັນທີ 20 ພະຈິກ 2022 ໂດຍເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ມີຫົວໜ້າຫ້ອງການ ກົມ ພະແນກ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ພ້ອມດ້ວຍຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນພາຍໃນກະຊວງເຂົ້າຮ່ວມ.

    ທ່ານ ນາງ ຄຳຈັນ ວົງແສນບູນ ກ່າວວ່າ: ລັດຖະບານ ສປປ ລາວ ຍາມໃດ ພັກກໍໃຫ້ຄວາມສຳຄັນຕໍ່ວຽກງານແມ່ ແລະ ເດັກ ເຊິ່ງສະແດງອອກຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

    ໄລຍະຜ່ານມາ ຄະນະພັກ ຄະນະນໍາກະຊວງ ຜທ ກໍໄດ້ເອົາໃຈໃສ່ເປັນເຈົ້າການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງ ສປຊ ຕໍ່ບົດລາຍງານແຫ່ງຊາດ ໃນການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ແລະ ບົດລາຍງານແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເຊິ່ງລັດຖະບານ ສປປ ລາວເຮົາໄດ້ເປັນພາຄີ ໂດຍສະເພາະແຈ້ງການສະບັບເລກທີ 475/ຫສນຍ ລົງວັນທີ 18 ມີນາ 2019 ບັນດາກົມກອງທີ່ກ່ຽວຂ້ອງພາຍໃນກະຊວງ ຜທ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງຂໍ້ສະເໜີແນະຂອງ ສປຊ ທີ່ໄດ້ຮຽກຮ້ອງໃຫ້ພວກເຮົາຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ວຽກງານໃນຂົງເຂດທີ່ຕົນຮັບຜິດຊອບ ໃນການສືກສາ ຄົ້ນຄວ້າເຖິງບັນຫາ ແລະ ຂໍ້ຄົງຄ້າງ ເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາປັບປຸງແກ້ໄຂ ບໍ່ວ່າຈະເປັນວຽກງານການຈັດສັນງົບປະມານ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ການລະດົມທຶນຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ການສະໜອງຂໍ້ມູນສະຖິຕິທີ່ຕິດພັນກັບຂົງເຂດວຽກງານບົດບາດຍິງ-ຊາຍ ວຽກງານແມ່ ແລະ ເດັກ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!