ວັນທີ 2 ມິຖຸນາ 2022 ຜ່ານມາ ກະຊວງການເງິນ ໄດ້ຈັດຕັ້ງປະຕິບັດຕິດກາໝາຍ (Logo) ລົດຮັບໃຊ້ວຽກທາງລັດຖະການ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດລັດ ຖະມົນຕີກະຊວງການເງິນ ມີຮອງລັດຖະມົນຕີ ຫົວໜ້າຫ້ອງການກະຊວງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທັງນີ້ ກໍເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ພາຍຫລັງສຳເລັດການເຜີຍແຜ່ດຳລັດວ່າດ້ວຍລົດຂອງລັດສະບັບເລກທີ 599/ລບ ແລະ ບັນດານິຕິກຳທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ທັງເປັນການຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດດຳລັດດັ່ງກ່າວໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້. ການຈັດຕັ້ງປະຕິບັດຕິດກາໝາຍ (Logo) ລົດຮັບໃຊ້ວຽກທາງລັດຖະການ (ລົດບໍລິຫານຂອງລັດ ລົດວິຊາສະເພາະ) ຂອງກະຊວງການເງິນ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ ເປັນຕົ້ນ ຫ້ອງການກະຊວງ ກົມພາສີ ກົມສ່ວຍສາອາກອນ ຄັງເງິນແຫ່ງຊາດ ກົມຄຸ້ມຄອງຊັບສິນແຫ່ງລັດ ເພື່ອຄວາມເປັນເອກະພາບໃນການນຳໃຊ້ລົດບໍລິຫານຂອງລັດພາຍໃນ ກະຊວງການເງິນ ພາຍໃຕ້ການຊີ້ນຳ ນຳພາຂອງຄະນະນຳກະຊວງການເງິນ ແລະ ຈະໄດ້ສືບຕໍ່ຕິດກາໝາຍໃສ່ລົດບໍລິຫານຂອງລັດ ລົດວິຊາສະເພາະຂອງກະຊວງການເງິນໃຫ້ຄົບຖ້ວນ. ທັງນີ້ ກໍເພື່ອເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດດ້ວຍມາດຕະການປະຢັດມັດທະຍັດ ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນ ໂດຍເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳໃຫ້ປາກົດຜົນເປັນຈິງ.
ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳ ກໍຄືມາດຕະການທີ່ລັດຖະບານໄດ້ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນອັນລະອຽດ ເຊິ່ງເນື້ອໃນຈິດໃຈຂອງດຳລັດດັ່ງກ່າວ ເປັນການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດໃຫ້ມີຄວາມເປັນເອກະພາບລວມສູນ ສະເໝີພາບ ນຳໃຊ້ຖືກເປົ້າໝາຍ ມີຄວາມໂປ່ງໃສ,ມີລະບຽບວິໄນ ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງ ໂດຍສະເພາະ ການຫຼຸດຈຳນວນລົດລົງ ການຖອນຄືນ ການດຸ່ນດ່ຽງດັດສົມລົດປະຈຳຕຳແໜ່ ດັດປັບການເບີກຈ່າຍນ້ຳມັນ ການຫັນມາໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ ແລະ ອື່ນໆ.
ການຈັດຕັ້ງປະຕິບັດດຳລັດສະບັບນີ້ ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຫຼາຍຂຶ້ນ ສິ່ງສຳຄັນ ແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ.
# ຂ່າວ – ພາບ : ໄຊບັນດິດ