ວັນທີ 1 ມິຖຸນາ 2022 ທີ່ຜ່ານມາ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫວິງຝຸກ ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບສະຫາຍ ຟ້າມ ຮວ່າງ ແອງ ຮອງເລຂາພັກແຂວງ ຜູ້ປະຈໍາການ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງຫວິງຝຸກ.

ການພົບປະຄັ້ງນີ້ ການນໍາແຂວງຫວິງຝຸກໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມພົບປະ ແລະ ເຂົ້າຮ່ວມກິດຈະກໍາຈຳນວນໜຶ່ງ ເພື່ອເປັນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ສະຫາຍ ຟ້າມ ຮວ່າງ ແອງ ໄດ້ແຈ້ງໃຫ້ຊາບຮູ້ວ່າ: ແຂວງຫວິງຝູ່ໄດ້ແບ່ງອອກເປັນ 2 ແຂວງຄື:ແຂວງຫວິງຝຸກ ແລະ ແຂວງຝູ່ທໍ້ ແຂວງຫວິງຝຸກ ມີເນື້ອທີ່ 1.715 km2 ຢູ່ໃກ້ກັບແລວທາງເສດຖະກິດຮ່າໂນ້ຍ-ຮ່າຍຟ່ອງ ແລະ ກວາງນິງ ມີປະຊາກອນ 1,1 ລ້ານຄົນ ຕະຫຼອດໄລຍະ 25 ປີ ຜ່ານມາ ທາງແຂວງໄດ້ມີກົນໄກ ນະໂຍບາຍຕ່າງໆທີ່ຖືກຕ້ອງ ເພື່ອເປັນການດຶງດູດນັກລົງທຶນ ຈົນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ນັບມື້ນັບມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາຂະແໜງກະສິກໍາ ອຸດສາຫະກຳ ການທ່ອງທ່ຽວ ແລະ ການບໍລິການເປັນຕົວຂັບເຄື່ອນ ແລະ ສາມາດເກັບລາຍຮັບໃຫ້ສູນກາງເປັນຈຳນວນຫຼວງຫຼາຍ ສ່ວນການພົວພັນຮ່ວມມືສອງຝ່າຍ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີງາມມາແຕ່ດົນນານຂອງສອງຊາດລາວ-ຫວຽດນາມ ແຂວງຫວິງຝຸກໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ຕໍ່ແນວທາງນະໂຍບາຍຂອງພັກ-ລັດສອງປະເທດ ເຊິ່ງໄດ້ເອົາໃຈໃສ່ໃນການຮັດແໜ້ນສາຍການພົວພັນຮ່ວມມືກັບນະຄອນຫຼວງວຽງຈັນ ແລະ 8 ແຂວງພາກເໜືອຂອງ ສປປ ລາວ ສອງຝ່າຍມີການພົບປະແລກປ່ຽນຄະນະຜູ້ແທນ ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ພິເສດ ແຂວງຫວິງຝຸກ ໄດ້ໃຫ້ການຊ່ວຍເຫຼືອເປັນທຶນຮອນຈຳນວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຢູ່ພາກເໜືອ ລວມທັງໃຫ້ທຶນການສຶກສາຈຳນວນ 30 ທຶນຕໍ່ປີ ໃຫ້ແກ່ລູກຫຼານປະຊາຊົນບັນດາແຂວງພາກເໜືອຂອງລາວ.

ສະຫາຍ ຟ້າມ ຮວ່າງ ແອງ ຍັງໄດ້ແຈ້ງໃຫ້ຊາບວ່າ:ໃນເດືອນສິງຫາ 2022 ແຂວງຈະເຊີນຄະນະຜູ້ແທນ 8 ແຂວງພາກເໜືອຂອງລາວມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເພື່ອຕີລາຄາຄືນການປະຕິບັດແຜນການຮ່ວມມືລະຫວ່າງແຂວງຫວິງຝຸກ ກັບ 8 ແຂວງພາກເໜືອຂອງລາວໃນໄລຍະຜ່ານມາ ນອກຈາກນັ້ນ ສະຫາຍກໍຈະນໍາພາຄະນະຜູ້ແທນຂັ້ນສູງແຂວງຫວິງຝຸກ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບ 3 ແຂວງພາກເໜືອຂອງລາວ ໃນເດືອນກັນຍາ 2022 ເຊິ່ງຖືໂອກາດດັ່ງກ່າວ ຈະມອບເງິນຊ່ວຍເຫຼືອປະມານ 1 ລ້ານໂດລາສະຫະລັດ ໃຫ້ແກ່ແຂວງຫຼວງນໍ້າທາ ເພື່ອກໍ່ສ້າງອາຄານປິ່ນປົວຄົນເຈັບຢູ່ໂຮງໝໍແຂວງ ພ້ອມທັງຈະເຊື້ອເຊີນຄະນະຜູ້ແທນຂັ້ນສູງຂອງບັນດາແຂວງພາກເໜືອຂອງລາວ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫວິງຝຸກໃນທ້າຍປີ 2022 ເພື່ອສະຫຼຸບການຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ.

ໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ຟ້າມ ຮວ່າງ ແອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງແຂວງຫວິງຝຸກ ກັບບັນດາແຂວງພາກເໜືອຂອງລາວໃນໄລຍະຜ່ານມາ ແລະ ໄດ້ຢືນຢັນວ່າຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງຫວິງຝຸກ ກັບບັນດາແຂວງພາກເໜືອຂອງລາວໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງານຍິ່ງຂຶ້ນ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອົງຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນແຂວງຫວິງຝຸກ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວບັນດາແຂວງພາກເໜືອຂອງລາວຕະຫຼອດມາ ພິເສດ ແມ່ນການຊ່ວຍກໍ່ສ້າງບຸຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ໃນວັນດຽວກັນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ນໍາພາຄະນະເຂົ້າຮ່ວມພິທີພົບປະອະດີດທະຫານອະສາສະໝັກຫວຽດນາມ ທີ່ເຄີຍປະກອບສ່ວນເຂົ້າໃນການປະຕິວັດລາວ ເພື່ອຮ່ວມກັນສະເຫຼີມສະຫຼອງວັນສ້າງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ພ້ອມທັງມອບລາງວັນໃຫ້ແກ່ຜູ້ຊະນະການແຂ່ງຂັນ “ສາຍພົວພັນລາວ-ຫວຽດນາມ ທີ່ເຕັມໄປດ້ວຍນໍ້າໃຈບໍລິສຸດ” ດ້ວຍມີຜູ້ເຂົ້າສົ່ງປະກວດຈຳນວນ 5.301 ບົດ ທີ່ເວົ້າເຖິງສາຍພົວພັນທີ່ມີລັກສະນະພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ.
# ຂ່າວ – ພາບ: ສະຖານທູດລາວທີ່ຮ່າໂນ້ຍ