ມອບເຄື່ອງບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ 4 ເມືອງ

    ອົງການກາແດງແຫ່ງຊາດລາວ ໄດ້ມອບເຄື່ອງບັນເທົາທຸກ ແລະ ຊຸດອະນາໄມພື້ນຖານ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ 4 ເມືອງຂອງນະຄອນຫຼວງວຽງຈັນ ໂດຍອົງການກາແດງແຫ່ງຊາດລາວ ວັນທີ 3 ມິຖຸນາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ແລະ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ມີທ່ານ ບຸນລໍ້າ ສຸວັນນະຊັບ ຮອງປະທານອົງການກາແດງສະວິດ ປະຈໍາລາວ ພະແນກການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ຈຸດປະສົງການມອບຄັ້ງນີ້ ເພື່ອເປັນສ່ວນໜຶ່ງປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ແລະ ເຄື່ອງສຸຂະອະນາໄມ ໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ຢູ່ 4 ເມືອງຂອງນະຄອນຫຼວງວຽງຈັນຄື: ເມືອງສັງທອງ ສີໂຄດຕະບອງ ຫາດຊາຍຟອງ ແລະ ເມືອງປາກງື່ມ ເຊິ່ງເຄື່ອງຊ່ວຍເຫຼືອແມ່ນໄດ້ມາຈາກການປະກອບສ່ວນຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ ເວົ້າສະເພາະແມ່ນອົງການກາແດງປະເທດສະວິດ ປະກອບມີ ເຄື່ອງຊ່ວຍເຫຼືອບັນເທົາທຸກ 400 ຊຸດ ເຄື່ອງສຸຂະອະນາໄມ 400 ຊຸດ ລວມມູນຄ່າທັງໝົດ 109.200.000 ກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!