ອົງການປົກຄອງ ນວ ທົບທວນຄືນການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 12 ຈັດຂຶ້ນວັນທີ 31 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເຈົ້າຄອງ ສະມາຊິກອົງການປົກຄອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມຄັ້ງນີ້ ມີຫຼາຍຫົວຂໍ້ນຳເຂົ້າສະເໜີ ແລະ ພິຈາລະນາ ປະກອບມີ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດຢູ່ ນວ ໄລຍະ 1 ເດືອນຜ່ານມາ ໂດຍສະເພາະແມ່ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດ ການລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບຮ່າງຂໍ້ຕົກລົງເຈົ້າຄອງ ນວ ວ່າດ້ວຍກອງທຶນພັດທະນາກີລາກາຍະກຳ ພ້ອມທັງລາຍງານກ່ຽວກັບການນຳໃຊ້ G-chat G-share G-drive E-mail video confer ລາຍງານກ່ຽວກັບການສະເໜີຂໍລົງທຶນກໍ່ສ້າງຂົວຂ້າມທາງ ຈຳນວນ 4 ຈຸດຂອງບໍລິສັດ Bleu Grass ລາຍງານການຄົ້ນຄວ້າເນື້ອໃນສັນຍາຊື້-ຂາຍນໍ້າປະປາຂອງໂຄງການສຳປະທານນໍ້າປະປາເຂດກຸ່ມບ້ານຫາດກ້ຽງ ເມືອງໄຊທານີ ລາຍງານກ່ຽວກັບການຂໍອະນຸມັດສ້າງທາງຄົນຍ່າງໃນຕອນກາງຄືນຢູ່ຖະໜົນແຫ່ງບຸນ ບ້ານຫາຍໂສກ ເມືອງຈັນທະບູລີ ລາຍງານບົດສະຫຼຸບໂຄງການສຳຫຼວດຄວາມເປັນໄປໄດ້ໃນການສ້າງນະຄອນຫຼວງວຽງຈັນອັດສະລິຍະ ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດການສຶກສາສຳຫຼວດ ແລະ ເກັບກຳຂໍ້ມູນໂຄງການພັດທະນາເມືອງທັນສະໄໝ ນະຄອນຫຼວງວຽງຈັນ ຢູ່ເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ ລາຍງານການສະເໜີຂໍສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາເຂດຊົນນະບົດໃຫ້ເປັນຕົວເມືອງໃໝ່ຢູ່ຕອນໃຕ້ເມືອງຫາດຊາຍຟອງ ຂອງບໍລິສັດຫາງໂຈເຫີແຢນເຕັກໂນໂລຊີຊີວະພາບຈຳກັດ ແລະ ການສະເໜີຂໍສ້າງຕັ້ງຫ້ອງການຜູ້ຕາງໜ້າຄະນະກຳມະການຮ່ວມມືທ້ອງຖິ່ນໜຶ່ງແລວໜຶ່ງເສັ້ນທາງ ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດການແກ້ໄຂບັນຫາທີ່ດິນສະຫງວນສອງຟາກທາງຖະໜົນວຽງຈັນ 450 ປີ ແລະ ຮັບຟັງລາຍງານກ່ຽວກັບການຜັນຂະຫຍາຍດຳລັດຂອງລັດຖະບານ ວ່າດ້ວຍລົດຂອງລັດສະບັບ ເລກທີ 599/ລບ ລົງວັນທີ 29 ກັນຍາ 2021.

    ຫຼັງຈາກຮັບຟັງລາຍງານດັ່ງກ່າວແລ້ວ ບັນດາສະມາຊິກອົງການປົກຄອງ ນວ ແລະ ຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນໃສ່ແຕ່ລະຫົວຂໍ້ດ້ວຍຄວາມຮັບຜິດຊອບສູງ ໃຫ້ທັດສະນະ ກະທັດຮັດ ຊັດເຈນ ມີຫຼັກການ ສະເໜີວິທີຈັດຕັ້ງປະຕິບັດຜັນຂະຫຍາຍທີ່ເໝາະສົມກັບເງື່ອນໄຂຄວາມອາດສາມາດຈັດຕັ້ງປະຕິບັດຕົວຈິງ ແລະ ຍົກປະສິດທິພາບ ແລະ ປະສິດທິຜົນໃຫ້ສູງຂຶ້ນ.

    # ເພັດສະໝອນ 

error: Content is protected !!