ລາວ-ອານເຊຣີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

   ວັນທີ 29-31 ພຶດສະພາ 2022, ທ່ານ ກາອິດ ຈາກິບ ຣາຊິດ (KAID Chakib Rachid), ເລຂາທິການໃຫຍ່ ກະຊວງການຕ່າງປະເທດ ແລະ ສະມາຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນ ອານເຊຣີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະ ຫວ່າງ ສອງປະເທດ.

     ໃນໂອກາດການຢ້ຽມຢາມຄັ້ງນີ້, ໃນວັນທີ 30 ພຶດສະພາ 2022, ສອງຝ່າຍ ໄດ້ຈັດກອງປະຊຸມພົບປະ ເພື່ອປຶກສາຫາລືທາງດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະ ຊວງການຕ່າງປະເທດ ແລະ ສະມາ ຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ, ໂດຍການເປັນປະທານຮ່ວມກັນ ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ກາອິດ ຈາກິບ ຣາຊິດ, ເລຂາທິການໃຫຍ່ ກະຊວງການຕ່າງປະເທດ ແລະ ສະມາຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ອານ ເຊຣີ. ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ພາຍ ຫລັງທີ່ສອງປະເທດ ໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 15 ພຶດສະພາ 1973 (ຄົບຮອບ 49 ປີ) ຈົນເຖິງປະຈຸບັນ. ພ້ອມນີ້, ຍັງໄດ້ມີການທົບທວນຄືນ ກ່ຽວກັບການຮ່ວມມືສອງຝ່າຍທີ່ຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ເປັນຕົ້ນແມ່ນການຊຸກຍູ້ການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ, ດ້ານກະສິກຳ ແລະ ການຮ່ວມມື ຂອງ ສະພາການຄ້າ ແລະ ອຸດສາຫະກຳ ຂອງ ສອງປະເທດ ລວມເຖິງສືບຕໍ່ປຶກສາຫາລືໃຫ້ສໍາເລັດໂດຍໄວ ສັນຍາຍົກເວັ້ນວິຊາສໍາລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ຂອງທັງສອງຝ່າຍ.

        ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນຂອງແຕ່ລະປະເທດ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

      ໃນວັນດຽວກັນ, ທ່ານ ກາອິດ ຈາກິບ ຣາຊິດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນ ຕີກະຊວງການຕ່າງປະເທດ, ເຊິ່ງທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ຜົນສໍາເລັດຂອງ ການຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ  ລາວ-ອານເຊຣີ ໃນຄັ້ງນີ້, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ເຊື້ອເຊີນ ໄປຍັງ ທ່ານ ຣາມຕັນ ລາມາມຣາ, ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ສະມາຄົມແຫ່ງຊາດຄົນອານເຊຣີ ຢູ່ຕ່າງປະເທດ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ທ່ານສະດວກ.

      ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນອານເຊຣີ ໄດ້ເຂົ້າທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານປະຫວັດ ສາດທີ່ສໍາຄັນ ຂອງ ສປປ ລາວ ທີ່ ນະ ຄອນຫຼວງວຽງຈັນ ເປັນຕົ້ນ: ພະທາດຫຼວງວຽງຈັນ, ພິພິທະພັນວັດສີສະເກດ, ແລະ ພິພິທະພັນຫໍພະແກ້ວ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!