ກິດຈະກຳເລົ່າເລື່ອງການສ້າງທຸລະກິດຂອງຊາວໜຸ່ມ ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຜ່ານລະບົບອອນລາຍ ເມື່ອບໍ່ດົນມານີ້ ແລະ ກິດຈະກຳຄ້າຍແລກປ່ຽນບົດຮຽນດ້ານການສ້າງທຸລະກິດຂອງຊາວໜຸ່ມລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ສິ້ນສຸດລົງ ເຊິ່ງທ່ານນາງ ຕົງເຊຍ ຮອງເລຂາທິການສະຫະພັນຊາວໜຸ່ມແຫ່ງຊາດຈີນ ກ່າວວ່າ: ໃນຖານະເປັນປະເທດພວມພັດທະນາ ບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຍິ່ງຄວນຮ່ວມທຸກຮ່ວມສຸກ ສາມັກຄີ ແລະ ຮ່ວມມືກັນຫຼາຍກວ່າຍາມໃດທີ່ຜ່ານມາ ຮ່ວມກັນປົກປັກຮັກສາສະພາບແວດລ້ອມ ການພັດທະນາທີ່ມີສັນຕິພາບ ແລະ ສະຖຽນລະພາບ ທີ່ຍາດມາໄດ້ບໍ່ແມ່ນເລື່ອງງ່າຍ ຮ່ວມກັນສ້າງບ້ານເມືອງທີ່ສັນຕິພາບ ສະຫງົບ ຈະເລີນຮຸ່ງເຮືອງ ສວຍງາມ ແລະ ມີໄມຕີຈິດມິດຕະພາບ.

ຄຽງຄູ່ກັບສັນຍາວ່າດ້ວຍສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື ອາເຊັບ ໄດ້ເກີດມີຜົນບັງຄັບໃຊ້ ການຮ່ວມມື ຈີນ-ອາຊຽນ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ ໄດ້ພັດທະນາກ້າວສູ່ລວງເລິກ 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈະໄດ້ຕ້ອນຮັບໂອກາດແຫ່ງການປະດິດສ້າງໃໝ່ ແລະ ສ້າງທຸລະກິດໃໝ່ຫຼາຍກວ່າເກົ່າ ແລະ ໃໝ່ກວ່າເກົ່າ ເຊິ່ງທ່ານນາງ ຕົງເຊຍ ໄດ້ສົ່ງເສີມໃຫ້ຊາວໜຸ່ມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນ ສືບທອດມູນເຊື້ອອັນດີງາມ ປະກອບສ່ວນໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ອາຊີ ກໍຄືການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແມ່ນພາກພື້ນໜຶ່ງທີ່ມີພະລັງຊີວິດຊີວາຫຼາຍທີ່ສຸດໃນດ້ານການພັດທະນາເສດຖະກິດໃນໂລກ ນັບແຕ່ການເປີດກົນໄກຮ່ວມມືລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເປັນຕົ້ນມາ ການແລກປ່ຽນລະຫວ່າງຊາວໜຸ່ມ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ໂດຍສະເພາະ ຊາວໜຸ່ມທີ່ມີຈິດໃຈປະດິດສ້າງໃໝ່ ແລະ ສ້າງທຸລະກິດໃໝ່ຢ່າງເຂັ້ມແຂງ ໄດ້ເປີດພື້ນທີ່ກວ້າງຂວາງກວ່າເກົ່າໃຫ້ການຮ່ວມມືຫຼາຍຂົງເຂດຂອງ 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ທ່ານນາງ ສີເມືອງ ປະທານບໍລິສັດ ພັດທະນາກະສິກຳ ແລະ ຂາເຂົ້າ-ຂາອອກ ສີເມືອງລາວ ກ່າວວ່າ: ເສັ້ນທາງລົດໄຟ ລາວ-ຈີນ ສ້າງສຳເລັດ ແລະ ເປີດນຳໃຊ້ ໄດ້ຊຸກຍູ້ການພັດທະນາຂອງສອງປະເທດກ້າວເຂົ້າສູ່ໂຄຈອນທີ່ສະໜິດແໜ້ນກວ່າເກົ່າ ຜູ້ສ້າງທຸລະກິດຊາວໜຸ່ມ ກໍໄດ້ຮັບຜົນປະໂຫຍດຢ່າງຫຼວງ ຫຼາຍ ເຊິ່ງບໍລິສັດຂອງພວກເຮົາໄດ້ຮ່ວມມືກັບວິສາຫະກິດຈີນ ໃນໂຄງການກວດກາ ແລະ ກວດກັນພະຍາດ ຍັງໄດ້ຮູ້ຈັກກັບນັກທຸລະກິດຫຼາຍທ່ານທີ່ໄປລົງທຶນຢູ່ລາວ ໄດ້ກາຍເປັນສື່ກາງໃນການຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.
ອີງຕາມຂ່າວໃຫ້ຮູ້ວ່າ: ນັບແຕ່ປີ 2001 ເປັນຕົ້ນມາ ສະຫະພັນຊາວໜຸ່ມແຫ່ງຊາດຈີນ ແລະ ອົງການຈັດຕັ້ງຊາວໜຸ່ມບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮ່ວມມືກັນຈັດກິດຈະກຳແລກປ່ຽນມິດຕະພາບ ແລະ ການຮ່ວມມືລະຫວ່າງຊາວໜຸ່ມປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໂດຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການປະດິດສ້າງໃໝ່ ການສ້າງທຸລະກິດໃໝ່ ການອະນຸຮັກສິ່ງແວດລ້ອມນິເວດ ການຮ່ວມມືດ້ານສື່ມວນຊົນ ຫົວຄິດປະດິດສ້າງດ້ານວັດທະນະທຳ ແລະ ອື່ນໆ.
# ສະບາໄພ