ກາແດງແຫ່ງຊາດລາວ ມອບອຸປະກອນເຕືອນໄພໃຫ້ກັບ 3 ເມືອງເປົ້າໝາຍ

    ອົງການກາແດງແຫ່ງຊາດລາວ ທ່ີແຂວງວຽງຈັນ ຈັດ ພິທີມອບອຸປະກອນເຕືອນໄພລ່ວງໜ້າ ໃນໂຄງ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ເຊື່ອມສານວຽກງານສົ່ງເສີມສຸຂະພາບຊຸມຊົນທີ່ແຂວງວຽງຈັນ ເຊິ່ງນອນໃນໄລຍະທີ 4 ຂອງໂຄງການການ ທີ່ໄດ້ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ລະຫວ່າງວັນທີ 26–29 ພຶດສະພາ 2022 ຜ່ານມາ.

    ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2016 ສຳລັບໄລຍະທີ 1 (2016-2017) ຢູ່ 3 ເມືອງ 11 ບ້ານຄື: ເມືອງໂພນໂຮງ ວັງວຽງ ແລະ ຊະນະຄາມ ໄລຍະທີ 2 (2018) ມີ 12 ບ້ານ 3 ເມືອງເປົ້າໝາຍຄື: ເມືອງເຟືອງ ເມືອງໝື່ນ ແລະ ເມືອງຊະນະຄາມ ໄລຍະທີ 3 (2019-2020) ຢູ່ເມືອງທຸລະຄົມ ມີ 9 ບ້ານເປົ້າໝາຍ ແລະ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານກູ້ໄພ ອົງການກາແດງແຂວງໄດ້ສະໜອງລົດນຳສົ່ງຄົນເຈັບຈຳນວນ 1 ຄັນ ສ້າງບ່ອນຈອດລົດ ແລະ ທີ່ພັກຂອງອາສາສະໝັກກູ້ໄພກາແດງ ປະຈຳແຂວງວຽງຈັນ ເພື່ອເປັນການສືບຕໍ່ໂຄງການ ໃນການສະໜອງອຸປະກອນເຕືອນໄພລ່ວງໜ້າ ນ້ຳລິນ ແລະ ວິດຖ່າຍ ໃຫ້ແກ່ 3 ເມືອງ 15 ບ້ານຂອງແຂວງວຽງຈັນ ໄດ້ແກ່: ເມືອງທຸລະຄົມ ເມືອງເຟືອງ ແລະ ເມືອງແມດ ໃນການສ້າງຂີດຄວາມສາມາດໃຫ້ແກ່ຊຸມຊົນ ໃນການກະກຽມຄວາມພ້ອມຮັບມືກັບໄພພິບັດໃນຊຸມຊົນຢ່າງມີປະສິດທິພາບ ພ້ອມທັງເປັນການຫຼຸດຜ່ອນຜົນກະທົບທີ່ເສຍຫາຍຕໍ່ຊີວິດ ຊັບສິນ ທີ່ຢູ່ອາໄສ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນໃຫ້ໄດ້ຮັບການພັດທະນາ ແລະ ຟື້ນຟູເທື່ອລະກ້າວ ນອກຈາກນັ້ນຍັງເປັນການສົ່ງເສີມໃຫ້ຊຸມຊົນເຂົ້າເຖິງສຸຂະອານາໄມຂັ້ນພື້ນຖານ.

    ການຕັ້ງປະຕິບັດກິດຈະກຳຫຼັກຂອງໂຄງການໃນຄັ້ງນີ້ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນພຶດສະພາ 2021 ຫາ ພຶດສະພາ 2022 ໄດ້ມີການຈັດເຝິກອົບຮົມໃຫ້ຄວາມຮູ້ວິທີວາງແຜນ ກະກຽມຄວາມພ້ອມຮັບມືກັບໄພພິບັດ ສຳລັບເມືອງທຸລະຄົມ ປະກອບມີບ້ານບຸ່ງພ້າວ ບ້ານຈຸ້ມ ບ້ານແຈ້ງ ລິ່ງຊັນ ແລະ ບ້ານຫາດສ້ຽວ  ໄດ້ມອບເຮືອຫາງຍາວຈຳນວນ 6 ລໍາ ສຳລັບເມືອງເຟືອງ ປະກອບມີບ້ານ ເມືອງເຟືອງ ສາມໝື່ນ ຄອນເລືອງ ຫ້ວຍເດື່ອ ແລະ ບ້ານນາອ່າງ ໄດ້ມອບເຮືອຫາງຍາວຈຳນວນ 4 ລໍາ ເຄື່ອງຈັກ ເຮືອຫາງຍາວ 13 ແຮງມ້າ ຈໍານວນ 5 ໜ່ວຍ ຖົງປະຖົມພະຍາບານປະຈຳບ້ານ ໂທລະໂຄ່ງ 20 ໜ່ວຍ ວິທະຍຸ ເສື້ອຊູຊີບ 35 ຜືນ ແອັມ 4 ໜ່ວຍ ໄມໂຄຣໂຟນ 5 ອັນ ເຊືອກ 5 ຊຸດ ກົງເບັງ 10 ອັນ ນອກຈາກນັ້ນ ຍັງໄດ້ສະໜອງນ້ຳບາດານຈຳນວນ 2 ບໍ່ ແລະ ວິດຖ່າຍຈໍານວນ 99 ໜ່ວຍ ໃຫ້ແກ່ປະຊາຊົນບ້ານ ນາຄໍາ ຜາສັງ ແລະ ບ້ານປາກຮາງ ສ່ວນເມືອງແມດ ໄດ້ສະໜອງນ້ຳບາດານຈຳນວນ 2 ບໍ່ ແລະ ວິດຖ່າຍຈຳນວນ 83 ໜ່ວຍ ໃຫ້ແກ່ປະຊາຊົນບ້ານເມືອງຄີ່ ແລະ ບ້ານນໍ້າແຜນ ພ້ອມສະໜອງງົບປະມານເຂົ້າໃນການສ້າງຕັ້ງກອງທຶນບຳລຸງຮັກສາສ້ອມແປງອຸປະກອນ ແລະ ກອງທຶນຢາໝູນວຽນໃນເບື້ອງຕົ້ນໃຫ້ແກ່ບ້ານເປົ້າໝາຍໃນຄັ້ງນີ້ບ້ານລະ 1 ລ້ານກີບ ສາມາດສ້າງອາສາສະໝັກກາແດງຂັ້ນເມືອງ ແລະ ຂັ້ນບ້ານເພີ່ມອີກຈຳນວນ 40 ຄົນ ຍິງ 26 ຄົນ ລວມມູນຄ່າການຈັດຕັ້ງປະຕິບັດໂຄງການໃນຄັ້ງນີ້ 869 ລ້ານກວ່າກີບ ເຊິ່ງໄດ້ການສະໜັບສະໜູນຈາກອົງການກາແດງ ສປ ຈີນ ໃນນັ້ນ ມີເງິນສົມທົບຂອງປະຊາຊົນ ຈຳນວນ 157 ລ້ານກວ່າກີບ ລວມງົບປະມານທັງໝົດ 1 ຕື້ກວ່າກີບ.

    ໂອກາດດຽວກັນ ໄດ້ນຳເຄື່ອງຊ່ວຍເຫຼືອບັນເທົາທຸກມາມອບໃຫ້ແກ່ຄອບຄົວທຸກຍາກໃນ 5 ບ້ານເປົ້າໝາຍຂອງໂຄງການ ຢູ່ເມືອງເຟືອງໄດ້ແກ່ບ້ານເມືອງເຟືອງ ສາມໝື່ນ ຄອນເລືອງ ຫ້ວຍເດື່ອ ແລະ ບ້ານນາອ່າງ ຈຳນວນ 69 ຄອບຄົວ ຈໍານວນພົນ 277 ຄົນ ຍິງ 118 ຄົນ ເຊິ່ງມີເຄື່ອງນຸ່ງຫົ່ມປະສົມ ແລະ ເກີບ ລວມມູນຄ່າ 26 ລ້ານກວ່າກີບ ໄດ້ການສະໜັບສະໜູນຈາກກາແດງ ສ ເກົາຫຼີ.

error: Content is protected !!