ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານໃນຂົງເຂດວຽກງານການສຶກສາ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດພິທີຮ່ວມສະເຫຼີມສະຫຼອງວັນສ້າງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ໃນວັນທີ 27 ພືດສະພາ 2022 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ ທ່ານ ຫງຽນບຳຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນນາດເຕັມແຫ່ງ ສສ ຫວຽດນາມປະຈຳລາວ ບັນດາທ່ານອະດີດພະນັກງານການນໍາ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງ ສສກ ອະທິການບໍດີ ຄະນະບໍດີ ແຂກຖືກເຊີນ ເຂົ້າຮ່ວມ.

    ໂອກາດນີ້ ທ່ານລັດຖະມົນຕີກະຊວງ ສສກ ໄດ້ຍົກໃຫ້ເຫັນມູນເຊື້ອອັນປະຫວັດສາດ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກາຍເປັນຊັບສິນອັນລໍ້າຄ່າ ແຫຼ່ງພະລັງອັນປະເສີດທີ່ສຸດ ແມ່ນປັດໄຈສໍາຄັນຍິ່ງ ເພື່ອຮັບປະກັນຜົນສໍາເລັດຂອງການປະຕິວັດແຕ່ລະປະເທດເຊິ່ງປີ 2022 ປີ ເປັນແຫ່ງຄວາມສາມັກຄີມິດຕະພາບລາວ-ຫວຽດນາມ ຄືວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ຄົບຮອບ 45 ປີ ທັງເປັນປີທີ່ສອງປະເທດພວມເລີ່ມຕົ້ນປະຕິບັດ “ໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືລາວ-ຫວຽດນາມ ໃນຂົງເຂດສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ” ໄລຍະ 2021-2030 ກະຊວງ ສສກ ກໍໄດ້ມີແຜນການຈັດຕັ້ງ ສ້າງຂະບວນການເພື່ອປະກອບສ່ວນສະເຫຼີມສະຫຼອງວັນທີ່ມີຄວາມຫມາຍສໍາຄັນດັ່ງກ່າວຢູ່ສູນກາງ ທ້ອງຖິ່ນ ແລະ ສະຖານການສຶກສາຢ່າງເປັນຂະບວນຟົດຟື້ນ.

    ໂອກາດດຽວກັນ ທ່ານ ຫງຽນບຳຮຸ່ງ ໄດ້ກ່າວວ່າ: ສະເພາະດ້ານການສຶກສາ ແຕ່ລະປີຫວຽດນາມໃຫ້ທຶນການສຶກສາແກ່ລາວຫຼາຍກວ່າ 1.000 ທຶນ ທັງການສຶກສາໄລຍະສັ້ນ ແລະ ໄລຍະຍາວ ປັດຈຸບັນມີພະນັກງານ ນັກສຶກສາລາວທີ່ກໍາລັງຮຽນຢູ່ຫວຽດນາມຫຼາຍກວ່າ 16.000 ຄົນ ແລະ ນັກສຶກສາຫວຽດນາມຫຼາຍຮ້ອຍຄົນແມ່ນກໍາລັງຮຽນຢູ່ມະຫາວິທະຍາໄລຂອງລາວ ປັດຈຸບັນສອງກະຊວງສຶກສາໄດ້ຕັ້ງໜ້າສົມທົບຜັນຂະຫຍາຍແຜນການປະຕິບັດໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືຂອງເຂດສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຫວຽດນາມ-ລາວ ໄລຍະ 2021-2030” ໃນ ນັ້ນສຸມໃສ່ການເປີດກວ້າງ ແລະ ຍົກສູງຄຸນນະພາບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ຈົ່ງແຕກດອກອອກຜົນໝັ້ນຄົງທະນົງແກ່ນຊົ່ວກາລະນານ.

    ເພື່ອເປັນການຮ່ວມສະຫຼອງວັນດັ່ງກ່າວ ນອກຈາກຈັດໃຫ້ມີການພົບປະແລກປ່ຽນຄຳຄິດຄຳເຫັນແລ້ວ ຍັງຈັດໃຫ້ມີການແຂ່ງຂັນກີລາ ເປຕັງມິດຕະພາບ ລະຫວ່າງ ກະຊວງ ສສກ ແລະ ສະຖານທູດຫວຽດ ນາມນຳອີກ.

error: Content is protected !!