ທົ່ວປະເທດ ມີແຜນການຈະຈັດພິທີການສ້າງຂະບວນການປູກຕົ້ນໄມ້ 1.213 ເຮັກຕາ

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫຼງ ວັນທີ 28 ພຶດສະພາ 2022 ວ່າ: ພັກ ແລະ ລັດຖະບານ ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ກົງກັບວັນເດັກນ້ອຍສາກົນ ເພື່ອປູກຈິດສໍານຶກ ໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ ເຖິງຄວາມສໍາຄັນຂອງປ່າໄມ້ ການປົກປັກຮັກສາ ພັດທະນາ ແລະ ນໍາໃຊ້ປ່າໄມ້ໃຫ້ຍືນຍົງ ແລະ ໄປ ຕາມທິດການພັດທະນາ ແບບຍືນຍົງ ແລະ ການເຕີບໂຕສີຂຽວ ຂອງອົງການສະຫະປະຊາຊາດ.

ຕະຫຼອດໄລຍະເວລາກວ່າ 40 ປີຜ່ານມາ ພັກ ແລະ ລັດ ຍາມໃດກໍມີຄວາມເປັນຫ່ວງເປັນໄຍຕໍ່ວຽກງານປ່າໄມ້ ໂດຍສະເພາະ ໃນໄລຍະຫຼັງມານີ້ ໄດ້ກໍານົດທິດທາງ ນະໂຍບາຍ ສ້າງກົດໝາຍ ອອກມະຕິ ຄໍາສັ່ງ ແລະ ນິຕິກໍາອື່ນໆ ໃນການປົກປັກຮັກສາ ແລະ ນໍາໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ແທດເໝາະກັບແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ໂດຍປະຕິບັດຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 098/ສພຊ ລັດຖະບານ ໄດ້ກໍງຍຸດທະສາດ ປ່າໄມ້ ເຊິ່ງວາງຄາດໝາຍສູ້ຊົນ ຮັກສາທີ່ດິນປ່າໄມ້ປະມານ 16,5 ລ້ານເຮັກຕາ ແລະ ຈະຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ຫຼື ເທົ່າກັບ 16,5 ລ້ານ ເຮັກຕາ ໃນນັ້ນ ວາງຄາດໝາຍຕາມແຜນການປ່າສະຫງວນ ໃຫ້ໄດ້ 4,7 ລ້ານ ເຮັກຕາ ປ່າປ້ອງກັນ 8,2 ລ້ານ ເຮັກຕາ ປ່າຜະລິດ 3,1 ລ້ານເຮັກຕາ ຟື້ນຟູປ່າທໍາມະຊາດ 6 ລ້ານເຮັກຕາ ແລະ ປ່າປູກ 5 ແສນເຮັກຕາ ດ້ວຍການສົ່ງເສີມທຸກພາກສ່ວນເສດຖະກິດ ຜູ້ປະກອບການ ແລະ ພາກສ່ວນຕ່າງໆໃນສັງຄົມໃຫ້ເຂົ້າຮ່ວມປູກຕົ້ນໄມ້ຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ.

ສະເພາະ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ທົ່ວປະເທດມີແຜນການຈະຈັດພິທີການສ້າງຂະບວນການປູກຕົ້ນໄມ້ 1.213 ເຮັກຕາ ເບ້ຍໄມ້ 1.465.233 ກວ່າເບ້ຍ (ໄມ້ດູ່ ໄມ້ແຕ້ຄ່າ ໄມ້ຍາງ ໄມ້ສັກ ໄມ້ແຄນ ໄມ້ສົ້ມຝາດ ໄມ້ຂະຍຸງ ໄມ້ແຕ້ຮໍ ໄມ້ສະຝາງ ໄມ້ກາກະເລົາ ໄມ້ຄູນ ໄມ້ສາມສາ ແລະ ໄມ້ອື່ນໆ) ພ້ອມນີ້ ແຕ່ລະແຂວງໄດ້ມີແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອ ສົ່ງເສີມການປູກໄມ້ ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ນອກຈາກນີ້ ໃນວັນທີ 1 ມິຖຸນາ 2022 ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ເປັນທາງການຂຶ້ນຢູ່ທີ່ສວນພຶກສາສາດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ເນື່ອງໃນໂອກາດວັນປູກໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2022 ຂ້າພະເຈົ້າຂໍຮຽກຮ້ອງປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້ ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງປົກປັກຮັກສາ ປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ໄດ້ຢ່າງຍືນນານ ບໍ່ມີວັນບົກແຫ້ງ ເຮັດໃຫ້ຊັບພະຍາກອນປ່າໄມ້ ເຊິ່ງເປັນສ່ວນປະກອບອັນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ.

ວຽງມາ 30.5.2022

error: Content is protected !!