ມຊ ປະກາດແຕ່ງຕັ້ັ້ງຕຳແໜ່ງວິຊາການຄູສອນຂັ້ນ ສຈ ແລະ ຮອງ ສຈ ຈຳນວນ 22 ທ່ານ

    ໃນວັນທີ 26 ພຶດສະພາ 2022 ຜ່ານມາ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີປະກາດຕຳ     ແໜ່ງວິຊາການຄູສອນ ຂັ້ນສາດສະດາຈານ ແລະ ຂັ້ນຮອງສາດສະດາຈານ ທີ່ສະໂມສອນສະຖາບັນຂົງຈື ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ມີທ່ານ ຮສ ປອ ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງ ສສກ ພ້ອມດ້ວຍທ່ານຮອງອະທິການບໍດີ ແຂກທີ່ຖືກເຊີນ ແລະພະນັກງານ ຄູອາຈານ ເຂົ້າຮ່ວມ.

    ໂອກາດສໍາຄັນນີ້ ທ່ານ ຄຳລຽນ ນາມບຸດ ຮອງຫົວໜ້າຫ້ອງການສະພາການສຶກສາຊັ້ນສູງ ກົມການສຶກສາຊັ້ນສູງ ກະຊວງ ສສກ ໄດ້ຂຶ້ນລາຍງານການເຄື່ອນໄຫວຂອງສະພາໂດຍຫຍໍ້ວ່າ: ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ມີມະຕິຮັບຮອງ ແລະ ນຳສະເໜີລັດຖະບານ ເພື່ອພິຈາລະນາອະນຸມັດແຕ່ງຕັ້ງຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ ແລະ ຮອງສາດສະດາຈານ ໃຫ້ແກ່ຄູສອນຢູ່ສະຖານການສຶກສາຊັ້ນສູງ ແລະ ໄດ້ຖືກອະນຸມັດແລ້ວມີຈຳນວນ 22 ທ່ານ ຍິງ 3 ທ່ານ ເຊິ່ງໃນນັ້ນ ຕໍາແໜ່ງວິຊາການຄູຂັ້ນສາດສະດາຈານ ມີ 5 ທ່ານ (ຍິງ 1 ທ່ານ ແລະ ຮອງສາດສະດາຈານ ມີ 17 ທ່ານ (ຍິງ 3 ທ່ານ) ເຊິ່ງເປັນຄັ້ງທຳອິດນັບແຕ່ມີດຳລັດສ້າງຕັ້ງສະພາການສຶກສາຊັ້ນສູງແຫ່ງຊາດເປັນຕົ້ນມາ.

    ພ້ອມນັ້ນ ທ່ານກໍໄດ້ຜ່ານດຳລັດສະບັບເລກທີ 133-137/ນຍ ລົງວັນທີ 29 ເມສາ 2022 ວ່າດ້ວຍການແຕ່ງຕັ້ງສາດສະດາຈານ ຮອງສາດສະດາຈານ ເພື່ອດໍາລົງຕໍາແໜ່ງໃນສາຂາຕ່າງໆນຳອີກ.

error: Content is protected !!