ໂທລະສັບຖືກໃຈ Net Idol ຕ້ອງບາງເບົາ ຈໍແຈ້ງ ຖ່າຍຮູບງາມ

   ຫຼາຍຄົນອາດເບິ່ງວ່າວຽກຂອງເນັດໄອດໍ ຈະຕ້ອງໃຊ້ໂທລະສັບຮຸ່ນເຮືອທົງ (Flagship) ແຕ່ສໍາລັບນັກສະແດງ ແລະ ເນັດໄອດໍ ຄື ອານິຕ້າ ຢາການາກິ ທີ່ມີຜູ້ຕິດຕາມຫຼາຍກວ່າ 50.000 ຄົນ ການເປັນເນັດໄອດໍ ກໍຄືການນໍາສະເໜີຄວາມເປັນຕົນເອງເທິງຊ່ອງທາງອອນລາຍ ຜ່ານກ້ອງໂທລະສັບມືຖືໃນຊີວິດປະຈໍາວັນຂອງພວກເຂົາ ເພື່ອໃຫ້ຜູ້ຕິດຕາມເຫັນເຖິງຄວາມສົດໃສ ແລະ ນໍາສະເໜີຢ່າງຕໍ່ເນື່ອງ.

   ຮູບພາບສ່ວນໃຫຍ່ທີ່ ອານິຕ້າ ນໍາມາໂພສລົງສື່ອອນລາຍ ຄືພາບທີ່ຖ່າຍດ້ວຍແສງທໍາມະຊາດ ເຊິ່ງບາງຄັ້ງອາດຈະຕ້ອງໃຊ້ຂາຕັ້ງກ້ອງໃນກໍລະນີຕ້ອງໄດ້ຖ່າຍພາບຕົວເອງ ໂດຍສິ່ງສໍາຄັນທີ່ ອານິຕ້າ ແນະນໍາໃຫ້ແຟນເພຈ ກໍຄືບໍ່ວ່າຈະຖ່າຍຮູບໃນທ່າໃດ ກໍຕ້ອງມີຄວາມໝັ້ນໃຈເປັນອັນດັບໜຶ່ງ. ໃນຂະນະດຽວກັນ ໂທລະສັບມືຖືທີ່ນໍາມາໃຊ້ຖ່າຍຮູບຄືສ່ວນຊ່ວຍສົ່ງເສີມໃຫ້ເກີດຄວາມໝັ້ນໃຈຂຶ້ນໄປອີກ ບໍ່ຈໍາເປັນວ່າຈະຕ້ອງເປັນເຄື່ອງທີ່ແພງທີ່ສຸດ ແຕ່ຕ້ອງມີຄຸນນະພາບເໝາະສົມກັບການໃຊ້ງານໃນຊີວິດປະຈໍາວັນເຊິ່ງນັບວ່າເປັນສິ່ງສໍາຄັນຫຼາຍກວ່າ.

    ທ່ານນາງ ອານິຕ້າ ກ່າວວ່າ ອານິຕ້າ ຢູ່ກັບ Samsung Galaxy A Series ມາເປັນເວລາ 2 ປີແລ້ວ ໂດຍຫຼັງຈາກທີ່ໄດ້ໃຊ້ Samsung Galaxy A Series ອານິຕ້າ ຮູ້ສຶກວ່າປະທັບໃຈ ເພາະວ່າມັນເກີນຄາດອີຫຼີ ຈຸດໂດດເດັ່ນຄືໜ້າຈໍລື່ນໄຫຼໄດ້ຄ່ອງແຄ້ວຫຼາຍ ແລະ ສີຂອງໜ້າຈໍກໍສົດດີ ແບັດຂອງ Galaxy A Series ຍັງທົນທານ ຫຼິ້ນໄດ້ໝົດມື້ແບບບໍ່ໄດ້ສາກເລີຍ ດີແຮງ ໂທລະສັບເພິ່ນລາຄາບໍ່ແຮງ ແຕ່ຄຸນນະພາບເກີນລາຄາແທ້ໆ.

   ສິ່ງທີ່ປະທັບໃຈໃນໂຕຂອງ Galaxy A Series ທີ່ ອານິຕ້າ ປະຕິເສດບໍ່ໄດ້ເລີຍ ຄືເລື່ອງຂອງກ້ອງທີ່ມີຫຼາຍ features ໃຫ້ຫຼິ້ນ ເປັນຕົ້ນ wide mode portrait mode ແລະ ອີກຫຼາຍໆ features ເພາະ ອານິຕ້າ ມັກຖ່າຍຮູບ ເລີຍຮູ້ສຶກວ່າເໝາະກັບຕົວເອງສຸດໆ Samsung Galaxy A Series ເປັນຮຸ່ນທີ່ຕອບສະໜອງຄວາມຕ້ອງການໃນການໃຊ້ຊີວິດປະຈໍາວັນຂອງ ອານິຕ້າ ໄດ້ແບບບໍ່ຕ້ອງພົກ power bank ໃຫ້ໜັກກະເປົາ ຍ້ອນແບັດເຕີຣີຂອງ Galaxy A Series ມີຄວາມທົນທານອີຫຼີ ອີກຢ່າງກໍຄືໂທລະສັບບາງເບົາ ຈັບໄປໃສມາໃສກໍສະດວກສະບາຍ. Samsung Galaxy A Series ທຸກຮຸ່ນ ຈະເນັ້ນອອກແບບໃຫ້ເໝາະສົມກັບຊີວິດປະຈໍາວັນຂອງຄົນໄວໜຸ່ມທີ່ມີຄວາມສົດໃສ ແລະ ມີຄວາມເປັນຕົວຂອງຕົວເອງ ໂດຍຮຸ່ນທີ່ວາງຈໍາໜ່າຍໃໝ່ຫຼ້າສຸດໃນປີນີ້ ປະກອບດ້ວຍ: Galaxy A33 A53 ແລະ A73 ທັງສາມຮຸ່ນໄດ້ຮັບການພັດທະນາປະສິດທິຜົນໃຫ້ສູງຂຶ້ນ ທັງໜ່ວຍປະມວນຜົນ ຄຸນສົມບັດກ້ອງ ແລະ ຄວາມຈຸຂອງແບັດເຕີຣີ. ສໍາລັບຄຸນສົມບັດທີ່ໂດດເດັ່ນທີ່ສຸດໃນປີນີ້ ຄືສາມາດປ້ອງກັນຝຸ່ນ ແລະ ລະອອງນໍ້າ ຕາມມາດຕະຖານ IP67 ໄດ້ໃນຂະນະດຽວກັນກໍຍັງຄົງຮູບຊົງ ນໍ້າໜັກ ແລະ ສີສັນຂອງເຄື່ອງທີ່ເໝາະສົມກັບຄົນຮຸ່ນໃໝ່ ຕາມຄອນເຊັບ AWESOME ເຊິ່ງເປັນສະເໜ່ໃນການອອກແບບຫຼັກຂອງ Galaxy A Series ໄດ້ເປັນຢ່າງດີ.

    ຂໍ້ມູນເພີ່ມເຕີມກ່ຽວກັບ Samsung Galaxy A Series ປີ 2022 ສາມາດເບິ່ງໄດ້ທີ່: Facebook/SamsungLaos ຫຼື ສອບຖາມຂໍ້ມູນໄດ້ທີ່ເບີຕິດຕໍ່: 021 417 333

error: Content is protected !!